ຂ່າວສານ

ຫວຽດນາມ ແລະ ສະຫະສະມາຄົມເຄິ່ງຊັກນຳໄຟຟ້າ ອາຊີຕາເວັນອອກສ່ຽງໃຕ້ ເພີ່ມທະວີການຮ່ວມມືພັດທະນາລະບົບເຄິ່ງຊັກນຳໄຟຟ້າ

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ສະເໜີໃຫ້ສະຫະສະມາຄົມສືບຕໍ່ເຊື່ອມຕໍ່ບັນດາວິສາຫະກິດສະມາຊິກຊອກຮູ້ກາລະໂອກາດການລົງທຶນ, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ
ທີ່ການຕ້ອນຮັບ (ພາບ: VNA)

ຕອ​ນ​ເຊົ້າ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ, ທ່ານ ໂຮ່ກວັກ​ຢຸງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ​ນາງ Linda Tan, ປະ​ທ​ານ​ສະ​ຫະ​ສະ​ມາ​ຄົມ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ (SEMI SEA) ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ຫະ​ສະ​ມາ​ຄົມ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ສະ​ເໜີ​​ໃຫ້​ສະ​ຫະ​ສະ​ມາ​ຄົມສືບ​ຕໍ່​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຊອກ​ຮູ້ກາ​ລະ​ໂອ​ກາດ​ການ​ລົງ​ທຶນ, ເປີດກວ້າງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ ເພື່ອ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ; ພ້ອມ​ກັນ​ນັ້ນ ກໍ່ເພີ່ມ​ທະ​ວີ​ການ​ທາບ​ທາມ​ຄວາມ​ເຫັນ, ແບ່ງ​ປັນ​ບົດ​ຮຽນ, ໜູນ​ຊ່ວຍ ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂ​ອງ​ສະ​ຫະ​ສະ​ມາ​ຄົມ ກໍ​ຄື​ລະ​ບົບ​ຊີ​ວະ​ພາບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກກວ່າ​ອີກ.

ສ່ວນ​ທ່ານ​ນາງ Linda Tan, ໃຫ້​ຮູ້​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ປາດ​ຖະ​ໜາ​ຢາກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ກັບ ຫວຽດ​ນາມ ຢ່າງ​ຍາວ​ນານ, ພ້​ອມ​ກັນ​ນັ້ນ ກໍ່ພ​້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ​ເພື່ອ​ກຳ​ນົດ​ບັນ​ດາ​ຂົງ​ເຂດ​ທີ່​ສາ​ມາດ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ.


top