ຂ່າວສານ

ຫວຽດນາມ ແລະ ສະຫະພາບເອີຣົບ ຊຸກຍູ້ການຮ່ວມສອງຝ່າຍຜ່ານການລົງທຶນ ແລະ ການຄ້າ

      ກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີການພົວພັນ ລະຫວ່າງ ສະຫະພາບເອີຣົບ (EU) ແລະ ຫວຽດນາມ ຜ່ານການລົງທຶນ ແລະ ການຄ້າ ໂດຍສະຖາບັນການພົວພັນຕ່າງປະເທດ ລາດຊະວົງ Egmont ແລະ ສູນເຄືອຂ່າຍວິສາຫະກິດ EU-ຫວຽດນາມ ໄດ້ປະສານສົມທົບກັນຈັດຕັ້ງຂຶ້ນໃນວັນທີ 24 ມິຖຸນາ, ຢູ່ທີ່ Brussels, ແບນຊິກ.

ທ່ານ ຫວູແອັງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳແບນຊິກ ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ (ພາບ: TTXVN)  
      ໃນກອງປະຊຸມສຳມະນາ, ບັນດານັກສຳມະນາກອນໄດ້ໃຫ້ຂໍ້ສັງເກດກ່ຽວກັບສັນຍາEVFTA ແລະ ສົນທິສັນຍາອາລັກຂາການລົງທຶນ (EVIPA) ຈະຊ່ວຍສ້າງ ການພົວພັນຮ່ວມມືຮອບດ້ານສອງຝ່າຍເລິກເຊິ່ງຂຶ້ນຕຶ່ມ,ເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນສອງຝ່າຍ. ບັນດາຄໍາໝັ້ນສັນຍາໃນສົນທິສັນຍາສອງສະບັບ ຈະຊ່ວຍປັບປຸງກົນໄກເສດຖະກິດການຕະຫຼາດ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ໂດຍມີຈຸດປະສົງໃນການສ້າງຄວາມສະດວກ ແລະ ຮັບປະການຄວາມສະຫງົບໃຫ້ແກ່ບັນດານັກລົງທຶນທີ່ມາຈາກເອີຣົບ. ບັນດາຜູ້ແທນໄດ້ເຫັນດີຕໍ່ຂໍ້ສັງເກດກ່ຽວກັບສັນຍາ EVFTA ແລະ EVIPA ແມ່ນກຸນແຈທີ່ນຳມາເຊິ່ງຜົນປະໂຫຍດລວມໃຫ້ທັງ EU ແລະ ຫວຽດນາມ ແລະ ສວມບົດບາດໃນກອບນິຕິກຳທີ່ສຳຄັນທີ່ສຸດໃຫ້ແກ່ການພົວພັນດ້ານເສດຖະກິດ ແລະ ການລົງທຶນລະຫວ່າງສອງຝ່າຍ.
        ທີ່ກອງປະຊຸມສຳມະນາ, ບັນດານັກທຸລະກິດ ແລະ ຜູ້ຊ່ຽວຊານໄດ້ສະແດງຄວາມສົນໃຈເລື່ອງສົນທິສັນຍາ ຈະຊ່ວຍຊຸກຍູ້ການປະຕິຮູບເສດຖະກິດຢູ່ ຫວຽດນາມ, ວິທີການເຈລະຈາດຳເນີນທຸລະກິດ ກັບບັນດາບໍລິສັດຂອງຫວຽດນາມ ຫຼືບັນຫາການປົກປ້ອງຂໍ້ມູນຂອງລູກຄ້າ.
 (ແຫຼ່ງຄັດຈາກ VOV)


top