ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ

ຕອນບ່າຍວັນທີ 26/4, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
  ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້   

 ຕີລາຄາສູງຕໍ່ໝາກຜົນການເຈລະຈາໃນຕອນເຊົ້າວັນດຽວກັນລະຫວ່າງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ແລະ ທ່ານນາງຮອງປະທານປະເທດ ຫວຽດນາມວໍ້ທິແອ້ງຊວັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ 2 ຝ່າຍຈະສືບຕໍ່ສົມທົບກັນປະຕິບັດຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ. ໃນນັ້ນມີ ຜົນຂອງການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງປະທານປະເທດ ໃນເດືອນສິງຫາ 2021; ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງເປັນປະຈຳ; ມານະພະຍາຍາມຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ກາຍເປັນເສົາຄ້ຳອັນແທ້ຈິງໃນການພົວພັນຂອງສອງປະເທດ; ປະສານສົມທົບຊອກຫາແຫຼ່ງທຶນ, ທິດທາງໃໝ່ ແລະ ມີປະສິດທິຜົນໃຫ້ແກ່ບັນດາໂຄງການຮ່ວມມື. 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງກໍ່ສ້າງ, ສາທາລະນະສຸກ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ສືບຕໍ່ສົມທົບກັນ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນການຮ່ວມມືຮັກສາຄວາມສາມັກຄີ. ແລະບົດບາດໃຈກາງຂອງອາຊຽນ.

ສ່ວນທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງໃນທຸກດ້ານທີ່ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ, ພິເສດແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ; ຢືນຢັນຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບການນຳຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

2 ຝ່າຍຢືນຢັນຄວາມໝາຍສຳຄັນຂອງ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ ; ລາວ - ຫວຽດນາມ 2022” ແລະ ໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ  45 ປີ. ແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດ, ກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ. ລະຫວ່າງ ຫວຽດນາມ ແລະ ລາວ.

  ທ່ານນາງຮອງປະທານປະເທດ ວໍ່ທິແອ້ງຊວັນ ເຈລະຈາກັບທ່ານນາງຮອງປະທານປະເທດລາວ ປານີ ຢາທໍ່ຕູ້   

 ກ່ອນໜ້ານັ້ນຄືໃນຕອນເຊົ້າວັນດຽວກັນ ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ວໍ່ທິແອ້ງຊວັນ ໄດ້ມີການເຈລະຈາ ກັບທ່ານນາງຮອງປະທານປະເທດລາວ ພາຍຫຼັງພິທີຕ້ອນຮັບ.

ທີ່ການພົບປະເຈລະຈາ, ຮອງປະທານປະເທດທັງສອງ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄຸນຄ່າຂອງການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ເພື່ອຄວາມໝັ້ນຄົງ ແລະ ພັດທະນາຂອງແຕ່ລະປະເທດ, ເປັນຕົ້ນແມ່ນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນ ພາກພື້ນ.

ຮອງປະທານປະເທດທັງສອງ ໄດ້ແລກປ່ຽນຄຳເຫັນກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ຊຸກຍູ້ ການສົມທົບກັນ ຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ເປັນເອກະພາບກັນທາງດ້ານທັດສະນະການແກ້ໄຂການຂັດແຍ້ງກັນໃນພາກພື້ນ ແລະ ໃນໂລກໂດຍສັນຕິວິທີ ແລະ ກົດໝາຍສາກົນ.


top