ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ

ໂດຍຮັບຄຳເຊີນຂອງພົນໂທ ວິໄລຫລ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ວັນທີ 10 ກຸມພາ, ຄະນະຜູ້ແທນຂັ້ນສູງໂດຍພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ, ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານພົນເອກ ໂຕເລີມ

ຕອນບ່າຍ ວັນທີ 10 ກຸມພາ, ທີ່ການຕ້ອນຮັບທ່ານພົນເອກ ໂຕເລີມ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ກັບ ກະຊວງປ້ອງກັນຄວາມສະຫງົບ ລາວ, ເປັນຕົ້ນແມ່ນໃນຂົງເຂດຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ; ບຳລຸງສ້າງ, ບຳລຸງພະນັກງານ. ສ່ວນ ທ່ານລັດຖະມົນຕີ ໂຕເລີມ ສະເໜີຝ່າຍ ລາວ ປະສານສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ  ເພື່ອປະຕິບັດສຳເລັດພາລະໜ້າທີ່ອັນສຳຄັນໃນປີເປັນປະທານ ອາຊຽນ, AIPA ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫລ້າຄຳຟອງ ກໍ່ໄດ້ມີການພົບປະເຈລະຈານຳກັນ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນປີ 2020. ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີທັງສອງທ່ານກໍ່ໄດ້ລົງນາມໃນແຜນການຜັນຂະຫຍາຍສົນທິສັນຍາການຮ່ວມມືລະຫວ່າງສອງກະຊວງໃນປີ 2020.

(ແຫຼ່ງຄັດຈາກ VOV)


top