ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີການພົວພັນຮ່ວມມືທາງດ້ານສາສະໜາ

ໃນຂອບເຂດການຢ້ຽມຢາມລາວແຕ່ວັນທີ 7-11 ມິຖຸນາ, ຕອນບ່າຍວັນທີ 7 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຄະນະສາສະໜາລັດຖະບານຫວຽດນາມ ໂດຍທ່ານຫົວໜ້າຄະນະ ສາສະໜາລັດຖະບານຫວຽດນາມ ຫວູຮ່ວາຍບັກ ນຳໜ້າໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານ ຈັນເພັງ ສຸທິວົງ ຮອງປະທານສູນກາງແນວລາວສ້າງຊາດເປັນຫົວໜ້າຄະນະ

  ການພົບປະເຈລະຈາລະຫວ່າງສອງຝ່າຍ  

 ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຈະເພີ່ມທະວີການໂຄສະນາເຜີຍແຜ່ໃນໝູ່ປະຊາຊົນສອງປະເທດກ່ຽວກັບ ນ້ຳໃຈສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຫວຽດນາມ ແລະ ລາວ; ຈັດຕັ້ງການພົບປະແລກປ່ຽນບົດຮຽນປະສົບການ, ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບວຽກງານສາສະໜາດ້ວຍຫຼາຍຮູບການທີ່ເໝາະສົມ ເພື່ອແນໃສ່ຊຸກຍູ້ວຽກງານສາສະໜາໃຫ້ມີປະສິດທິຜົນກວ່າເກົ່າ, ປະກອບສ່ວນປົກປັກຮັກສາເອກະລາດ, ສະຖຽນລະພາບຂອງສອງປະເທດ, ສະຖຽນລະພາບຢູ່ ພາກພື້ນ ແລະໃນໂລກ.

2 ຝ່າຍເຫັນດີເປັນເອກະພາບການຮ່ວມມືບຳລຸງສ້າງພະນັກງານເຮັດວຽກງານສາສະໜາໂດຍຜ່ານການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ລາວ; ຊຸກຍູ້ ແລະ ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງບັນດາຫົວໜ່ວຍເຮັກວຽກງານສາສະໜາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງ ຮ່ວມມືລະຫວ່າງຄະນະສາສະໜາລັດຖະບານຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ໄລຍະ 2022 - 2026.

ຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຫວຽດນາມໄດ້ເຂົ້າຢ້ຽມຂ່ຳນັບທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ.

top