ຂ່າວສານ

ຫວຽດນາມ ແລະ ລາວ ດຳເນີນການປຶກສາຫາລືການເມືອງ

2 ຝ່າຍໄດ້ຕີລາຄາວ່າ, ໃນໄລຍະຜ່ານມາເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ ຍັງຮັກສາທ່າພັດທະນາໃນທຸກຂົງເຂດ.
ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ. (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ທັນວາ. ວັນທີ 28 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ເປັນປະທານຮ່ວມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 8.

        2 ຝ່າຍໄດ້ຕີລາຄາວ່າ, ໃນໄລຍະຜ່ານມາເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ ຍັງຮັກສາທ່າພັດທະນາໃນທຸກຂົງເຂດ. ລັດຖະມົນຕີທັງ 2 ທ່ານເຫັນດີສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍສະບັບຕ່າງໆ, ໝາກຜົນບັນດາການຢ້ຽມຢາມຂັ້ນສູງຂອງ 2 ປະເທດ; ຕັ້ງໜ້າສົມທົບກັນກະກຽມໃຫ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກົນໄກຮ່ວມມືສຳຄັນລະຫວ່າງ 2 ປະເທດ ແລະ ການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ 2022” ໃຫ້ເປັນຢ່າງດີ.

        ລັດຖະມົນຕີທັງ 2 ທ່ານກໍ່ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ພ້ອມກັນນັ້ນແບ່ງປັນທັດສະນະ, ຕີລາຄາຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍເຊີດຊູການເຄົາລົບກົດໝາຍສາກົນ, ເນັ້ນໜັກເຖິງບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ; ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ໃນນັ້ນມີການຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ; ເປັນເຈົ້າການ ແລະ ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນຢູ່ທຸກຊ່ອງທາງ ແລະ ທຸກຂັ້ນ, ປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງແຕ່ລະປະເທດ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ຢືນຢັນວ່າ, ລາວ ຈະສະໜັບສະໜູນ ຫວຽດນາມ ລົງສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ອາຍຸການ 2023 – 2025; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ຄື ການຮ່ວມມືເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV), ຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ຍຸດທະສາດຮ່ວມມືເສດຖະກິດ 3 ລຳແມ່ນ້ຳ ອີຣະວະດີ - ເຈົ້າພະຍາ - ແມ່ຂອງ (ACMECS)…

(ແຫຼ່ງຄັດຈາກ VOV)


top