ຂ່າວສານ

ຫວຽດນາມ ແລະ ລາຊະອານາຈັກອັງກິດຈະແບ່ງປັນບົດຮຽນ ໃນຂົງເຂດການເງິນ

ວັນທີ 3 ກໍລະກົດ, ຢູ່ເມືອງ Downing, ນະຄອນຫຼວງ London.ທ່ານລັດຖະມົນຕີກະຊວງການເງິນອັງກິດ Philip ໄດ້ເຮັດວຽກຮ່ວມກັບທ່ານລັດຖະມົນຕີກະຊວງການເງິນຫວຽດນາມດິງຕ໊ຽນຢຸ໊ງ, ທີ່ກຳລັງຢ້ຽມຢາມແລະເຮັດວຽກຢູ່ ລາຊະອານາຈັກອັງກິດແຕ່ວັນທີ 2-6 ກໍລະກົດ.

ທ່ານລັດຖະມົນຕີກະຊວງການເງິນຫວຽດນາມດິງຕ໊ຽນຢຸ໊ງ  ແລະ ທ່ານລັດຖະມົນຕີກະຊວງການເງິນ Philip Hammond (ພາບ: Vietnam+)

ທີ່ການພົບປະ, ລັດຖະມົນຕີທັງສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວການພັດທະນາຢ່າງຕໍ່ເນື່ອງຂອງການພົວພັນສອງປະເທດໃນຊຸມປີມໍ່ໆມານີ້. ທ່ານລັດຖະມົນຕີດິງຕ໊ຽນຢຸ໋ງໄດ້ແນະນຳສະພາບການດ້ານເສດຖະກິດຫວຽດນາມ, ບັນດາມາດຕະການລັດຖະບານຫວຽດນາມໄດ້ດຳເນີນເພື່ອຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ, ຫຼຸດຜ່ອນໜີ້ສາທາລະນະ, ຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ເພີ່ມທະວີການດຶງດູດແຫຼ່ງເງິນລົງທຶນພື້ນຖານໂຄງລ່າງ: ລວມທັງແຫຼ່ງເງິນລົງທຶນທາງກົງແລະທາງອ້ອມ, ຫັນລັດວິສະຫະກິດເປັນຫຸ້ນສ່ວນ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງການເງິນ Philip Hammond ສະແດງໃຫ້ເຫັນວ່າ ອັງກິດພ້ອມແລ້ວທີ່ຈະໜູມຊ່ວຍດ້ານເຕັກນິກ, ຍົກສູງປະສິດທິຜົນຂອງພຶ້ນຖານເສດຖະກິດ, ປາດຖະໜາວ່າຫວຽດນາມຈະສືບຕໍ່ເປີດປະຕູໃນຂົງເຂດການເງິນ, ປະກັນໄພເພື່ອໃຫ້ວິສະຫະກິດອັງກິດເຂົ້າຮ່ວມ, ກໍ່ຄືປາດຖະໜາຢ່າງເພີ່ມທະວີການຮ່ວມມືແບ່ງປັນຂໍ້ມູນຂ່າວສານຕ້ານການຟອກເງິນ…

(ແຫຼ່ງຄັດຈາກ VOV)


top