ຂ່າວສານ

ຫວຽດນາມ ແລະ ມາເລເຊຍ ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໃນປີ 2020

      -        ວັນທີ 15 ພະຈິກ, ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ສິງກະໂປ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ
ມາເລເຊຍ Mahathir Mohamad (ພາບ: VGP)
      ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ ສອງປະເທດພ້ອມກັນສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸ 15 ຕື້ USD ໃນປີ 2020; ສະເໜີໃຫ້ ມາເລເຊຍໜູນຊ່ວຍບັນດາວິສາຫະກິດຫວຽດນາມ ສະໜອງສະບຽງ ອາຫານ, ເພີ່ມທະວີການຮ່ວມມືດ້ານພະລັງງານ, ການຮ່ວມມືທາງທະເລ. ທ່ານ ຫງວຽນຊວນຟຸກ ກໍສະເໜີໃຫ້ ສອງຝ່າຍສືບຕໍ່ສົມທົບຫຼັກໝັ້ນ, ປັບປຸງນໍ້າໃຈສາມັກຄີີ, ບົດບາດຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ ຕາມຫຼັກການ ແລະ ທໍານຽມ ເຊິ່ງໄດ້ຮັບການເຫັນດີຈາກບັນດາປະເທດໃນປະຊາຄົມອາຊຽນ.
        ສ່ວນທ່ານ Mahathir Mohamad ເຫັນດີຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ; ຫວັງວ່າສອງຝ່າຍຈະຮ່ວມມືກັນຊຸກຍູ້ ພ້ອມກັນຜະລິດບັນດາຂະແໜງສິນຄ້າຫຼັກແຫຼ່ງ ແລະ ພ້ອມແລ້ວທີ່ຈະພິຈາລະນາບັນດາຂໍ້ສະເໜີຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top