ຂ່າວສານ

ຫວຽດນາມ ແລະ ປາຣາກວາຍ ເພີ່ມທະວີການຮ່ວມມື

ທ່ານ ດັ້ງຊວນຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ອາກຊັງຕີນ, ຮັບຜິດຊອບທັງຢູ່ ອູຣູກວາຍ ແລະ ປາຣາກວາຍ ຫາກໍມີການເຮັດວຽກຢູ່ນະຄອນ Asuncion (ປະເທດ ປາຣາກວາຍ, ໃນລະຫວ່າງວັນທີ 10 – 12 ກໍລະກົດ) ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ປາຣາກວາຍ.


ທ່ານ ເອກອັກຄະລັດຖະທູດ  ດັ້ງຊວນຢຸງ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາລະຫວ່າງຫວຽດນາມ - ປາຣາກວາຍ

(ພາບ: Hoai NamTTXVN)

ໃນຂອບເຂດການຢ້ຽາມຢາມ, ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ມີການເຮັດວຽກກັບທ່ານ Federico Gonzalez ຮອງລັດຖະມົນຕີກະຊວງການຕ່າງປະເທດ ປາຣາກວາຍ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສາມາດບົ່ມຊ້ອນໃນການເປີດກວ້າງການຮ່ວມມື ກ່ຽວກັບດ້ານເສດຖະກິດ, ການຄ້າ ໂດຍສະເພາະແມ່ນໃນບາງຂົງເຂດທີ່ເປັນທ່າແຮງຂອງແຕ່ລະປະເທດ, ພ້ອມທັງເຫັນດີນໍາກັນ ຈະພິຈາລະນາຄວາມເປັນສາມາດ ຈັດຕັ້ງກອງປະຊຸມປຶກສາດ້ານການເມືອງຄັ້ງຕໍ່ໄປ ໃນຕົ້ນປີ 2019.

        ທີ່ການເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າ ປາຣາກວາຍ, ສອງຝ່າຍເຫັນດີເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະ ການຄ້າ ປາຣາກວາຍ ຈະສ້າງຕັ້ງການພົວພັນຮ່ວມມືກັບອົງການສົ່ງເສີມການຄ້າຂອງ ຫວຽດນາມ ແລະ ພ້ອມກັນຮ່ວມມືກັບສະຖານທູດ ຫວຽດນາມ ປະຈໍາ ອາກຊັງຕີນ ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສົ່ງເສີມການໂຄສະນາ ຜະລິດຕະພັນຂອງແຕ່ລະປະເທດ ແລະ ຈັດຕັ້ງ ຄະນະວິສາຫະກິດຕ່າງໆ ໄປສໍາຫຼວດຕະຫຼາດ, ຊອກຫາກາລະໂອກາດ ແລະ ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

        ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ກໍໄດ້ຈັດຕັ້ງ ການໂອ້ລົມສົນທະນາລະຫວ່າງຫວຽດນາມ - ປາຣາກວາຍ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຫະສະມາຄົມ ແລະ ວິສາຫະກິດ ປາຣາກວາຍ ເປັນຈໍານວນຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)



top