ຂ່າວສານ

ຫວຽດນາມ ແລະ ບັນດາປະເທດ ຮຽກຮ້ອງໃຫ້ແກ້ໄຂການຂັດແຍ້ງສາກົນຢູ່ທະເລຕາເວັນອອກໂດຍສັນຕິວິທີ ແລະ ສອດຄ່ອງກັບ UNCLOS

      ວັນທີ 07 ທັນວາ, ຢູ່ ນິວຢອກ, ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ ສປຊ ຊຸດທີ 76 ກ່ຽວກັບມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ.
ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວຂອງ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)
           ທີ່ກອງປະຊຸມ, ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ບັນດາປະເທດ ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ອົດສະຕາລີ ແລະ ຟີລິບປິນ ໄດ້ເນັ້ນໜັກເຖິງຄຳຮຽກຮ້ອງໃຫ້ຮັບປະກັນສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ບັນດາຄຳຮຽກຮ້ອງຮຽກທວງສິດກ່ຽວກັບເຂດທະເລ ຕ້ອງສ້າງໃຫ້ສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ບັນດາຝ່າຍທີ່ກ່ຽວຂ້ອງ ມີພັນທະແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ, ສອດຄ່ອງກັບ UNCLOS.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວຂອງ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ເຊີດຊູຄຸນຄ່າກວມລວມ, ສະເໝີຕົ້ນສະເໝີປາຍ ແລະ ຮອບດ້ານຂອງ UNCLOS.
      ຕໍ່ໜ້າການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ກໍຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນ ທຸກການຂັດແຍ້ງກັນ ຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)


top