ຂ່າວສານ

ຫວຽດນາມ ແລະ ບັນດາການປະກອບສ່ວນເພື່ອການຮ່ວມມືລັດຖະສະພາອາຊີຕາເວັນອອກສ່ຽງໃຕ້

ເຂົ້າຮ່ວມກອງປະຊຸມ AIPA ຄັ້ງ 43 ນີ້, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຍົກອອກຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືໃນ AIPA ແລະ ອາຊຽນ
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ທີ່ກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 21 ພະຈິກ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43 (AIPA 43) ດ້ວຍຫົວຂໍ້ “ພ້ອມກັນກ້າວຂຶ້ນເພື່ອ ອາຊຽນ ເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ຍືນຍົງ” ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ເຂົ້າຮ່ວມກອງປະຊຸມ AIPA ຄັ້ງ 43 ນີ້, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຍົກອອກຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືໃນ AIPA ແລະ ອາຊຽນ, ຢືນຢັນເລື່ອງ ຫວຽດນາມ ບໍ່ພຽງແຕ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງສວມບົດບາດນຳພາໃນ AIPA ອີກດ້ວຍ.

AIPA 43 ແມ່ນ ກອງປະຊຸມສະມັດຊາໃຫຍ່ຄັ້ງທຳອິດ ທີ່ໄດ້ຈັດຂຶ້ນແບບເຊິ່ງໜ້າ ພາຍຫຼັງເວລາ 2 ປີທີ່ເກີດໂລກລະບາດໂຄວິດ -19, ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ AIPA 43 ຄັ້ງນີ້ຢູ່ລະດັບສູງສຸດ, ໂດຍທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ນຳໜ້າ.

ສະມາຊິກເປັນເຈົ້າການ, ມີຄວາມຮັບຜິດຊອບ

ໃນໄລຍະ 27 ປີໄດ້ຮ່ວມເດີນທາງພ້ອມກັບ AIPO/AIPA (ເດືອນ ກັນຍາ 1995 - ກັນຍາ 2022), ຍາມໃດສະພາແຫ່ງຊາດ ຫວຽດນາມ ກໍ່ຕັ້ງໜ້າສະເໜີຫຼາຍຂໍ້ລິເລີ່ມເພື່ອໃຫ້ກົນໄກຮ່ວມມືລະຫວ່າງລັດຖະສະພາຢູ່ພາກພື້ນນັບມື້ນັບບັນລຸປະສິດທິຜົນກວ່າເກົ່າ.

ເມື່ອຫວນຄືນໄລຍະປະຫວັດສາດ, ໃນຈຸດເວລາພາກພື້ນປະສົບດ້ວຍຄວາມຫຍຸ້ງຍາກ, ສະພາແຫ່ງຊາດ ຫວຽດນາມ ລ້ວນແຕ່ມີການກະທຳຢ່າງທັນການ, ພ້ອມກັບລັດຖະສະພາບັນດາປະເທດສະມາຊິກ AIPA ປະກອບສ່ວນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ພາກພື້ນ.

ປີ 1998, ພາຍຫຼັງວິກິດການດ້ານເສດຖະກິດ, ການເງິນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເປັນເວລາ 1 ປີ, ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຈັດກອງປະຊຸມຄະນະກຳມະການວິຊາສະເພາະ AIPO ກ່ຽວກັບບົດບາດຂອງອົງການນິຕິບັນຍັດຂອງບັນດາປະເທດໃນວິກິດການດ້ານເສດຖະກິດ, ການເງິນພາກພື້ນ ຢູ່ ຮ່າໂນ້ຍ.

ປີ 2002, ເປັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ຮັບດຳລົງຕຳແໜ່ງປະທານ AIPO ແລະ ຈັດກອງປະຊຸມສະມັດຊາໃຫຍ່ AIPO ຄັ້ງທີ 23 ຢູ່ນະຄອນ ຮ່າໂນ້ຍ ບັນລຸຜົນສຳເລັດ. ນີ້ແມ່ນຂີດໝາຍສຳຄັນໃນການເຄື່ອນໄຫວການທູດລັດຖະສະພາ ຂອງສະພາແຫ່ງຊາດ ຫວຽດນາມ, ໃນນັ້ນ, ໃນມະຕິທັງໝົດ 33 ສະບັບ, ມີມະຕິ 20 ສະບັບໂດຍ ຫວຽດນາມ ສະເໜີ. ໂດຍສືບຕໍ່ຜົນສຳເລັດຂອງ AIPO ຄັ້ງທີ 23, ປີ 2010, ເປັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຮັບດຳລົງຕຳແໜ່ງປະທານ AIPA ແລະ ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 31.

10 ປີຕໍ່ມາ (ປີ 2020), ຍ້ອນຜົນກະທົບຂອງໂລກລະບາດໂຄວິດ -19, ສະພາແຫ່ງຊາດ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41 - ກອງປະຊຸມສະມັດຊາໃຫຍ່ໄດ້ຈັດຂຶ້ນແບບທາງໄກຄັ້ງທຳອິດໃນປະຫວັດສາດຂອງ AIPA.

ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດເປັນເຈົ້າການຜ່ານການຮັບໜ້າທີ່ປະທານ AIPO, AIPA ເປັນ 3 ຄັ້ງເທົ່ານັ້ນ, ຫາກທີ່ກອງປະຊຸມສະມັດຊາໃຫຍ່ແຕ່ລະຄັ້ງນັ້ນ, ສະພາແຫ່ຊາດ ຫວຽດນາມ ລ້ວນແຕ່ເປັນເຈົ້າການສະເໜີຂໍ້ລິເລີ່ມຊຸກຍູ້ການພົວພັນລະຫວ່າງ AIPA ແລະ ອາຊຽນ ຕື່ມອີກ. ກ່າວຄຳເຫັນສະຫຼຸບປີປະທານ AIPA 2020 ແລະ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 41 (ເດືອນ ທັນວາປີ 2020), ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຖືວ່າ:

“ວຽກງານການຕ່າງປະເທດຫຼາຍຝ່າຍຂອງສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງ, ພິເສດແມ່ນການເຊື່ອມຕໍ່ບັນດາອົງການຈັດຕັ້ງລັດຖະສະພາ ເຊິ່ງສະພາແຫ່ງຊາດ ຫວຽດນາມ ເປັນສະມາຊິກ, ຜ່ານນັ້ນ, ເສີມຂະຫຍາຍກຳລັງແຮງສັງລວມ, ດຶງດູດການເຂົ້າຮ່ວມຂອງຫຼາຍລັດຖະສະພາສາກົນ ແລະ ພາກພື້ນ, ບົດບາດ ແລະ ທີ່ຕັ້ງຂອງສະພາແຫ່ງຊາດ ຫວຽດນາມ ນັບມື້ນັບໄດ້ຢັ້ງຢືນແມ່ນຢ່າງເຂັ້ມແຂງກວ່າ.”

ສືບຕໍ່ປະກອບສ່ວນຢ່າງແທດຈິງຢູ່ AIPA ຄັ້ງທີ 43

ໃນປີ 2022, ຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບ AIPA ສືບຕໍ່ໄດ້ສະແດງອອກຜ່ານເລື່ອງຕັ້ງໜ້າເຂົ້າຮ່ວມກອງປະຊຸມໃນຂອບເຂດ AIPA ຄັ້ງຕ່າງໆ. ໃນ AIPA ຄັ້ງທີ 43, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍໃນຂອບເຂດກອງປະຊຸມສະມັດຊາໃຫຍ່. ນີ້ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສະເໜີຂໍ້ລິເລີ່ມ, ເປັນເຈົ້າການປະກອບໃຫ້ແກ່ AIPA. ທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

“ຫວຽດນາມ ໄດ້ປະກອບສ່ວນ, ແບ່ງປັນບົດຮຽນຂອງຕົນ ແລະ ປະກອບສ່ວນເຂົ້າໃນວິວັດການສ້າງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ພ້ອມກັນແກ້ໄຂບັນດາສິ່ງສ້າທາຍຢູ່ພາກພື້ນ. ສຳລັບຂົງເຂດເສດຖະກິດ, ຫວຽດນາມ ສຸມໃສ່ປຶກສາຫາລືໃນຫົວຂໍ້ເຊິ່ງ ອາຊຽນ ມີຄວາມສົນໃຈ, ນັ້ນແມ່ນ, ບັນຫາຫັນເປັນດີຈີຕອນ, ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ, ການຟື້ນຟູດ້ານການທ່ອງທ່ຽວ”.

ບັນດາການປະກອບສ່ວນຂອງ ຫວຽດນາມ ເຂົ້າ AIPA ໃນໄລຍະ 27 ປີຜ່ານມາ ບໍ່ພຽງແຕ່ໄດ້ຢັ້ງຢືນສຽງເວົ້າຂອງ ຫວຽດນາມ ຢູ່ບັນດາເວທີປາໄສລັດຖະສະພາເທົ່ານັ້ນ, ຫາກຍັງຍົກສູງປະສິດທິຜົນການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ອີກດ້ວຍ, ເພື່ອໃຫ້ການເຄື່ອນໄຫວການທູດລັດຖະສະພາ ປະກອບສ່ວນຍົກສູງທີ່ຕັ້ງ, ພາບພົດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ.


top