ຂ່າວສານ

ຫວຽດນາມ ແລະ ນ້ຳໃຈສາມັກຄີສາກົນ

ນີ້ເປັນຄັ້ງທຳອິດ ຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບໃນໄພພິບັດທຳມະຊາດສາກົນ.
  ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)  

ວັນທີ 19 ກຸມພາ, ພາຍຫຼັງເຂົ້າຮ່ວມວຽກງານກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ ຕວກກີ ເປັນເວລາ 10 ວັນ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວປະຕິບັດພັນທະສາກົນຢູ່ປະເທດເພື່ອນມິດ. ໃນຂະນະນັ້ນ, ຄະນະປະຕິບັດງານຂອງກອງທັບປະຊາຊົນ ຫວຽດນາມ ພວມສືບຕໍ່ສົມທົບກັບຫຼາຍປະເທດໜູນຊ່ວຍປະຊາຊົນ ຕວກກີ. ໃນການປະຕິບັດໜ້າທີ່, ບັນດາຕຳຫຼວດ, ນັກຮົບກູ້ໄພກູ້ຊີບ ຫວຽດນາມ ໄດ້ສົມທົບກັບລັດຖະບານ, ກອງທັບ ແລະ ບັນດາອົງການຈັດຕັ້ງກູ້ໄພກູ້ຊີບຢູ່ ຕວກກີ ຢ່າງແໜ້ນແຟ້ນ ແລະ ບັນລຸປະສິດທິຜົນ. ຜ່ານນັ້ນ, ກໍ່ເຮັດໃຫ້ນ້ຳໃຈສາມັກຄີສາກົນລະຫວ່າງບັນດາກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ ແລະ ຄວາມມານະພະຍາຍາມກູ້ຊ່ວຍເພື່ອນມິດຄືດັ່ງກູ້ຊ່ວຍຕົນເອງມີຄວາມພົ້ນເດັ່ນຂຶ້ນຕື່ມ.

        ເພື່ອເຂົ້າຮ່ວມວຽກງານກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ ຕວກກີ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດສົ່ງນັກຮົບ 100 ຄົນໄປໜູນຊ່ວຍປະເທດເພື່ອນ. ນີ້ເປັນຄັ້ງທຳອິດ ຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບໃນໄພພິບັດທຳມະຊາດສາກົນ.

ມານະພະຍາຍາມຈົນສຸດຄວາມສາມາດເພື່ອໜູນຊ່ວຍ

ໃນໄລຍະເຂົ້າຮ່ວມວຽກງານກູ້ໄພກູ້ຊີບຢູ່ ຕວກກີ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການວິຊາສະເພາະ, ມີໄຫວພິບ, ນຳໃຊ້ບັນດາອຸປະກອນເຕັກນິກ ເພື່ອປະຕິບັດສຳເລັດໜ້າທີ່ຢູ່ 3 ຈຸດ ຢູ່ທີ່ນະຄອນ Adiyaman ຕາມການຈັດແບ່ງໜ້າທີ່ຈາກຝ່າຍ ຕວກກີ. ໃນການສົມທົບກັບກຳລັງກູ້ໄພກູ້ຊີບຂອງປະເທດຕ່າງໆ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ກູ້ເອົາຊີວິດຄົນໜຶ່ງ, ນຳຊາກສົບຜູ້ປະສົບເຄາະຮ້າຍອອກຈາກເຂດຊາກຫັກພັງ 14 ຄົນ  ແລະ ໄດ້ຮັບການຕີລາຄາສູງ. ກໍ່ໃນວິວັດການປະຕິບັດງານ, ຄະນະປະຕິບັດງານ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດເກືອບ 2 ໂຕນ ໂດຍກະຊວງຕຳຫຼວດ ຫວຽດນາມ ໜູນຊວ່ຍ. ທ່ານພົນຕີ ໂຕເອີນໂຊ, ໂຄສົກກະຊວງຕຳຫຼວດ ຫວຽດນາມ, ຖືວ່າ:

“ເລື່ອງເຂົ້າຮ່ວມວຽກງານກູ້ໄພກູ້ຊີບໃນເຫດໄພພິບັດແຜ່ນດິນໄຫວຢູ່ ຕວກກີ ໄດ້ປະກອບສ່ວນ, ແບ່ງປັນສ່ວນໜຶ່ງກຳລັງແຮງຂອງ ຫວຽດນາມ ໃຫ້ແກ່ປະຊາຊົນ ຕວກກີ, ແມ່ນການສະແດງໃຫ້ເຫັນຊີວິດຊີວາກ່ຽວກັບນະໂຍບາຍການຕ່າງປະເທດທີ່ດີເລີດ, ຄວາມຮັບຜິດຊອບຕໍ່ປະຊາຄົມ ແລະ ນ້ຳໃຈສາມັກຄີສາກົນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ຢືນຢັນເລື່ອງພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

ໃນຂະນະນັ້ນ, ຢູ່ Hatay, ກຳລັງກູ້ໄພກູ້ຊີບຂອງປະມານ 36 ປະເທດ, ໃນນັ້ນມີບັນດາທະຫານ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການກູ້ໄພກູ້ຊີບ, ຊອກຫາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວ. ຄະນະປະຕິບັດງານ ຫວຽດນາມ ຊອກຫາໄດ້ຈຸດຂອງຜູ້ປະສົບເຄາະຮ້າຍ 14 ຄົນ.

ຍົກສູງນ້ຳໃຈສາມັກຄີສາກົນ

ບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບຂອງນັກຮົບຕຳຫຼວດ, ທະຫານ ຫວຽດນາມ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຊົນຢູ່ອ້ອມແອ້ມເຂດທີ່ຄະນະປະຕິບັດງານຕັ້ງທັບ, ນັກອາສາສະໝັກ ຕວກກີ ແລະ ອຳນາດການປົກຄອງທ້ອງຖິ່ນ, ອົງການຮັບມືກັບໄພພິບັດ ແລະ ສະພາວະສຸກເສີນ ຕວກກີ (AFAD). ອ້າຍ Salim Basheer, ຜູ້ອາສາສະໝັກມາຈາກນະຄອນ UFA ຂອງ ຕວກກີ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການເຄື່ອນໄຫວກູ້ໄພກູ້ຊີບຂອງຄະນະປະຕິບັດງານ ຫວຽດນາມ.

“ພວກຂ້າພະເຈົ້າຂໍຂອບໃຈບັນດາເພື່ອນ ຫວຽດນາມ ທີ່ໄດ້ມີໜ້າຢູ່ທີ່ນີ້ເພື່ອໜູນຊ່ວຍປະຊາຊົນ ແລະ ປະເທດພວກຂ້າພະເຈົ້າ. ໃນຊຸມມື້ຜ່ານມາ, ພວກເພື່ອນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອກູ້ໄພກູ້ຊີບ ແລະ ໜູນຊ່ວຍໃຫ້ປະເທດ ຕວກກີ ແລະ ນີ້ແມ່ນແຫຼ່ງລະດົມກຳລັງໃຈຕໍ່ປະຊາຊົນພວກຂ້າພະເຈົ້າທຸກຄົນ. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຂອບໃຈ ແລະ ອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ ກໍຄືຊ່ວຍໃຫ້ ຕວກກີ ຜ່ານຜ່າໄພພິບັດນີ້ໂດຍໄວ”.

 ສ່ວນທ່ານ Greg Rakin, ຜູ້ບັນຊາການສູນປະສານງານກູ້ໄພກູ້ຊີບເລກ 10 ຢູ່ Hatay, ຕວກກີ ໃຫ້ຮູ້ວ່າ:

“ເລື່ອງບັນດາປະເທດ ແລະ ຫວຽດນາມ ຈັດສົ່ງກຳລັງມາໜູນຊ່ວຍການເຄື່ອນໄຫວກູ້ໄພກູ້ຊີບ ແມ່ນການໜູນຊ່ວຍດີທີ່ສຸດ. ວຽກງານກູ້ໄພກູ້ຊີບຍັງສືບຕໍ່ປະຕິບັດດ້ວຍການໜູນຊ່ວຍຂອງຄະນະປະຕິບັດງານຂອງ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ບັນດາຄວາມມານະພະຍາຍາມໜູນຊ່ວຍປະຊາຊົນ ຕວກກີ ຈະນຳມາເຊິ່ງຜົນງານທີ່ດີ.”

 ໃນຂະນະນັ້ນ, ເມື່ອຕີລາຄາກ່ຽວກັບການສົມທົບກັນຂອງກຳລັງກູ້ໄພກູ້ຊີບຂອງ ຫວຽດນາມ ກັບປະເທດຕ່າງໆ, ທ່ານ Edgar Toscano, ຜູ້ຕາງໜ້າກຳລັງກູ້ໄພກູ້ຊີບຂອງ ເມັກຊີໂກ, ແບ່ງປັນວ່າ:

 “ການຮ່ວມມືລະຫວ່າງກຳລັງຂອງ ຫວຽດນາມ ກັບປະເທດຕ່າງໆໄດ້ສວມບົດບາດສຳຄັນຍິ່ງ ສຳລັບນະຄອນ ແລະ ປະຊາຊົນຢູ່ທີ່ນີ້. ສິ່ງສຳຄັນທີ່ສຸດເຊິ່ງພວກເຮົາສາມາດເຮັດວຽກນຳກັນ, ມານະພະຍາຍາມຈົນສຸດຄວາມສາມາດເພື່ອກູ້ເອົາຜູ້ປະສົບເຄາະຮ້າຍ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ກອງທັບ ຫວຽດນາມ. ໃນອະນາຄົດ, ພວກເຮົາສາມາດຮ່ວມມືໃນຫຼາຍດ້ານເປັນຢ່າງດີ, ບໍ່ພຽງແຕ່ໃນວຽກງານກູ້ໄພກູ້ຊີບເທົ່ານັ້ນ, ຊ້ຳບໍ່ໜຳແມ່ນດ້ານເສດຖະກິດ, ໜູນຊ່ວຍມະນຸດສະທຳ ແລະ ຫຼາຍຢ່າງກວ່າອີກ”.

ດ້ວຍເລື່ອງຈັດສົ່ງກຳລັງໄປໜູນຊ່ວຍວຽກງານກູ້ໄພກູ້ຊີບຢູ່ ຕວກກີ, ຫວຽດນາມ ໄດ້ພ້ອມກັບປະຊາຄົມສາກົນຍົກສູງນ້ຳໃຈສາມັກຄີ, ນ້ຳໃຈແຫ່ງຄວາມເມດຕາປານີ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນເລື່ອງປະສົບເຄາະຮ້າຍ, ເພື່ອໂລກແຫ່ງສັນຕິພາບ.


top