ຂ່າວສານ

ຫວຽດນາມ ແລະ ຊູແອັດ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ

ໃນການພົວພັນຮ່ວມມືເວົ້າລວມ, ການພົວພັນດ້ານເສດຖະກິດ, ການຄ້າ ແມ່ນຈຸດໂດດເດັ່ນ. ປະກອບສ່ວນເຂົ້າຜົນສຳເລັດນັ້ນ ມີຜົນງານຂອງວິສາຫະກິດຊູແອັດ


ທ່ານ Hogbeg, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ຊູແອດ
ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ

ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Hogbeg, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ຊູແອດ ປະຈຳ ຫວຽດນາມ ແລະ ທ່ານ Zaman, ປະທານກຸ່ມບໍລິສັດໂທລະຄົມ Comvik ຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ໃນການພົວພັນຮ່ວມມືເວົ້າລວມ, ການພົວພັນດ້ານເສດຖະກິດ, ການຄ້າ ແມ່ນຈຸດໂດດເດັ່ນ. ປະກອບສ່ວນເຂົ້າຜົນສຳເລັດນັ້ນ ມີຜົນງານຂອງວິສາຫະກິດຊູແອັດຄື ບໍລິສັດໂທລະຄົມ Comvik. ຊົມເຊີຍເຈດຈຳນົງສືບຕໍ່ລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ຂອງ Comvik, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຫວັງວ່າ: ທ່ານເອກອັກຄະລັດຖະທູດ Hogbeg ຈະສືບຕໍ່ເປັນຂົວເຊື່ອມຕໍ່ຮຽກຮ້ອງຫຼາຍນັກທຸລະກິດ ຊູແອັດ ມາລົງທຶນຢູ່ ຫວຽດນາມ ກ່ວາອີກ.

        ສ່ວນ ທ່ານເອກອັກຄະລັດຖະທູດ Hogbeg ໃຫ້ຮູ້ວ່າ: ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ ຈະຈັດກອງປະຊຸມສຸດຍອດວິສາຫະກິດ ຫວຽດນາມ - ຊູແອັດ. ສະຖານທູດ ຊູແອັດ ພວມກະກຽມໃຫ້ແກ່ກອງປະຊຸມນີ້.



top