ຂ່າວສານ

ຫວຽດນາມ ແລະ ຈີເລ ເພີ່ມທະວີການພົວພັນຮ່ວມມືຫລາຍຝ່າຍ ແລະ ສອງຝ່າຍ

ທ່ານນາງ Michelle Bachelet ກໍ່ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ຄະນະຈະໄປຢ້ຽມຢາມແຂວງ ບິ່ງເຢືອງ ແລະ ແຂວງ ເງ້ອານ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ.
  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Michelle Bachelet ອະດິດປະທານາທິບໍດີ ຈີເລ. ພາບ:Thống Nhất/TTXVN  

ຕອນບ່າຍວັນທີ 27ມິນາ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Michelle Bachelet ອະດິດປະທານາທິບໍດີ ຈີເລ ພວມຢ້ຽມຢາມ ຫວຽດນາມເນື່ອງໃນໂອກາດສະເຫລີມສະຫລອງ 52 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ -ຈີເລ (25/3/1971 - 25/3/2023).

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖຶອງ ຕີລາຄາສູງ ອາລົມຈິດ, ຄວາມເອົາໃຈໃສ່ເປັນພິເສດຂອງທ່ານນາງ Michelle Bachelet ໃນການເສີມສ້າງ, ປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວໍວັນເຖຶອງ ປາດຖະຫນາຢາກໃຫ້ສອງປະເທດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.

ສ່ວນທ່ານນາງ Michelle Bachelet ກໍ່ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ຄະນະຈະໄປຢ້ຽມຢາມແຂວງບິ່ງເຢືອງ ແລະ ແຂວງ ເງ້ອານ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ. ສຳລັບເລື່ອງ ທັງ ຫວຽດນາມ ແລະ ຈີເລ ລ້ວນແຕ່ແມ່ນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ພ້ອມກັນເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ, ທ່ານນາງ Michelle Bachelet ຖືວ່າ ນີ້ແມ່ນຈຸດລວມສຳຄັນເພື່ອໃຫ້ສອງປະເທດເພີ່ມທະວີການພົວພັນຮ່ວມມືໃນບັນດາເວທີປາໄສຫລາຍຝ່າຍ ແລະສອງຝ່າຍ ໃນໄລຍະຈະມາເຖິງ.


top