ຂ່າວສານ

ຫວຽດນາມ ແລະ ຈີນ ສືບຕໍ່ປະຕິບັດບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ, ພ້ອມທັງປຶກສາຫາລືບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອ້ລົມສົນທະນາ. (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 02 – 04 ທັນວາ. ວັນທີ 02 ທັນວາ, ຢູ່ນະຄອນ ຮູເຈົາ, ແຂວງ ຈຽນແຈງ, ປະເທດ ຈີນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມສົນທະນາກັບທ່ານ ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ.

        ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ, ພ້ອມທັງປຶກສາຫາລືບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍໄດ້ລົງເລິກແລກປ່ຽນກ່ຽວກັບມາດຕະການສົມທົບກັນຢ່າງລະອຽດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຮັບປະກັນການຮັກສາການເຄື່ອນໄຫວແລກປ່ຽນການຄ້າ, ການຮ່ວມມືດ້ານເສດຖະກິດ.

        ກ່ຽວກັບບັນຫາເຂດຊາຍແດນຜືນແຜ່ນດິນ, 2 ຝ່າຍເຫັນດີປະຕິບັດເອກະສານນິຕິກຳ 3 ສະບັບຢ່າງເຂັ້ມງວດ, ສົມທົມກັນຄຸ້ມຄອງເຂດຊາຍແດນທາງບົກໃຫ້ເປັນຢ່າງດີ, ແລກປ່ຽນ, ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ, ພ້ອມກັນສ້າງເສັ້ດຊາຍແດນແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ.

        2 ຝ່າຍໄດ້ເຫັນດີຈະສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາທາງທະເລ, ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລຢ່າງເຂັ້ມງວດ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ, ຕັ້ງໜ້າຊຸກຍູ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)


top