ຂ່າວສານ

ຫວຽດນາມ ແລະ ຈີນ ຊຸກຍູ້ການຮ່ວມມື 2 ຝ່າຍ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຟີລິບປິນ, ວັນທີ 22 ກໍລະກົດ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ.
  ທີ່ການພົບປະ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽ​ວ​ຂ້ອງ​ຢູ່ ຟີ​ລິບ​ປິນ, ວັນ​ທີ 22 ກໍ​ລະ​ກົດ, ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ວາງ​ອີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ.

ທີ່​ການ​ພົບ​ປະ, ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ສຳ​ຄັນ​ຂອງ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ 2 ພັກ, 2 ລັດຢ່າງ​ເຂັ້ມ​ງວດ, ມີ​ປະ​ສິດ​ທິ​ຜົນ; ເສີມ​ຂະ​ຫຍາຍ​ບົດ​ບາດ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຂອງ​ການ​ແລກ​ປ່ຽນ​ຂັ້ນ​ສູ​ງ; ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ເລິກ​ເຊິ່ງ. ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດ​ທະ​ນາ, ຍົກ​ສູງ​ຄຸນນ​ະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ, ການ​ລົງ​ທຶນ, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄ​ງ​ລ່າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ການ​ພົບ​ປະ​ແລ​ກ​ປ່ຽນ​ປະ​ຊາ​ຊົນ; ຊຸກ​ຍູ້​ການ​ຮ່ວມ​ມື​ຕາມ​ທິດ​ດຸ່ນ​ດ່ຽງ, ຍືນ​ຍົງ, ກວມ​ລວມ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ລັດ​ຖະ​ມົນ​ຕີ ຈີນ ວາງ​ອີ ໄດ້​ສົ່ງ​ຄຳ​ເຊື້ອ​ເຊີນ​ການ​ນຳ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC 2026 ຢູ່ ຈີນ.


top