ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ, ວັນທີ 18 ມີນາ, ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ.
  ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ  

 ທ່ານພົນເອກ Vong Pisen ຢາກໃຫ້ຫວຽດນາມ ສືບຕໍ່ໜູນຊ່ວຍກຳປູເຈຍໃນຫຼາຍຂົງເຂດ, ພິເສດແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ພ້ອມທັງເພີ່ມທະວີການເຄື່ອນໄຫວສົມທົບກັນລະຫວ່າງສອງຝ່າຍຕື່ມອີກ ເປັນຕົ້ນແມ່ນການລາດຕະເວນຮ່ວມກັນຢູ່ຊາຍແດນ, ຝຶກຊ້ອມການກູ້ໄພ ເພື່ອຮັບປະກັນຄວາມໝັ້ນຄົງ, ສັນຕິພາບ ແລະ ວັດທະນາຖາວອນ.

ສ່ວນຄະນະຜູ້ແທນຫວຽດນາມ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ອວຍພອນທ່ານພົນເອກ Vong Pisen ທີ່ເປັນປະທານກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນຄັ້ງທີ 19 (ACDFM - 19) ສຳເລັດຜົນ, ພ້ອມທັງຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນກຳປູເຈຍໃນປີ ເປັນປະທານອາຊຽນ 2022.



top