ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນ 2 ຝ່າຍອັນດີງາມ

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະ ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງນ້ຳໃຈສາມັກຄີ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະ ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງນ້ຳໃຈສາມັກຄີ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

   

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ

ວັນທີ 27 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ພາຍຫຼັງການເລືອກຕັ້ງສະພາຕາແສງຊຸດທີ V ຂອງ ກຳປູເຈຍ ບັນລຸຜົນສຳເລັດຢ່າງຈົບງາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen.

        ທີ່ການໂອ້ລົມ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະ ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງນ້ຳໃຈສາມັກຄີ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ.

        ການນຳ 2 ທ່ານກໍ່ຕີລາຄາສູງຄວາມໝາຍສຳຄັນຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ນີ້ໄດ້ຖືກຖືວ່າແມ່ນເຫດການໄດ້ຮັບຄວາມສົນໃຈຈາກຫາງສຽງ, ປະຊາຊົນ 2 ປະເທດ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)


top