ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ຈັດຕັ້ງການເຝິກຊ້ອມ ກູ້ໄພກູ້ຊີບຢູ່ເຂດຊາຍແດນ ຄັ້ງທຳອິດ

      ການເຝິກຊ້ອມກູ້ໄພກູ້ຊີບ ຢູ່ເຂດຊາຍແດນ ປີ 2019 ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ກຳປູເຈຍຈັດຕັ້ງຄັ້ງທຳອິດໃນວັນທີ 18 ທັນວາ, ຢູ່ ຕາແສງ Tuasday, ເມືອງ Chanthrea, ແຂວງ Svay Rieng (ປະເທດກຳປູເຈຍ)ໂດຍມີຜູ້ເຂົ້າຮ່ວມ ປະມານ 800 ຄົນ. 

ທະຫານຫວຽດນາມໄປລາດຕະເວນຢູ່ເຂດຊາຍແດນ (ພາບ: TTXVN) 
      ນີ້ແມ່ນ ຂ່າວຄາວທີ່ຍົກອອກມາໃນການແຈ້ງຂ່າວໃຫ້ແກ່ສື່ມວນຊົນໂດຍກົມການເມືອງ, ກອງບັນຊາການ ທະຫານເຂດ 7 ຈັດຕັ້ງໃນຕອນເຊົ້າວັນທີ 13 ທັນວາ. ການເຝິກຊ້ອມເພື່ອແນໃສ່ເພີ່ມທະວີ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີ, ການຮ່ວມມື, ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ, ປະກອບສ່ວນເຂົ້າໃນການຮັກສາ ຄວາມໝັ້ນຄົງດ້ານການເມືອງ, ສ້າງເຂດຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ.
 (ແຫຼ່ງຄັດຈາກ VOV)


top