ຂ່າວສານ

ຫວຽດນາມ ແລະ ການາດາ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບ ການາດາ ຕາມທິດຮອບດ້ານ, ມີປະສິດທິຜົນ, ແທດຈິງ, ໝັ້ນຄົງ...

ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Harjit Singh Sahan, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ

ວັນທີ 4 ມິຖຸນາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Harjit Singh Sahan, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 4 – 6 ມິຖຸນາ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບ ການາດາ ຕາມທິດຮອບດ້ານ, ມີປະສິດທິຜົນ, ແທດຈິງ, ໝັ້ນຄົງ ແລະ ຍາວນານ, ພິເສດ ໃນສະພາບການ 2 ປະເທດນັບມື້ນັບມີການແບ່ງປັນແລກປ່ຽນຫຼາຍຜົນປະໂຫຍດທັງດ້ານສອງຝ່າຍ, ພາກພື້ນ ແລະ ສາກົນ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍນະໂຍບາຍການຕ່າງປະເທດຂອງ ການາດາ, ໃນນັ້ນຖືເປັນສຳຄັນ ແລະ ເພີ່ມທະວີການພົວພັນກັບ ຫວຽດນາມ, ອາຊຽນ, ເຫັນດີເປັນເອກະພາບຮ່ວມມື 2 ຝ່າຍໃນຂົງເຂດພາກພື້ນ ແລະ ສາກົນ ໃນໄລຍະຈະມາເຖິງຕ້ອງໄດ້ຮັບການເພີ່ມທະວີກ່ວາອີກ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ; ສືບຕໍ່ສົມທົບກັນຢູ່ບັນດາເວທີປາໄສ ແລະ ກົນໄກຫຼາຍຝ່າຍສຳຄັນຄື: ສປຊ, APEC, ຮ່ວມມືກັບ ອາຊຽນ, ຮ່ວມມືໃນ CPTPP… ທ່ານລັດຖະມົນຕີ Harjit Singh Sahan ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ການາດາ ຢູ່ພາກພື້ນ ແລະ ປາດຖະໜາຢາກສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືອັນຍາວນານກັບ ຫວຽດນາມ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

        ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍຢັ້ງຢືນຫຼັກໝັ້ນສະໜັບສະໜູນແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ ແລະ ນາບຂູ່ນຳໃຊ້ກຳລັງອາວຸດ, ເຄົາລົບບັນດາວິວັດການທາງການທູດ ແລະ ນິຕິກຳ, ບົນພື້ນຖານກົດໝາຍສາກົນໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລ 1982, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

 (ແຫຼ່ງຄັດຈາກ VOV)



top