ຂ່າວສານ

ຫວຽດນາມ ແລະ UAE ຈະເລີ່ມເຄື່ອນໄຫວເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໂດຍໄວ

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະນັກທຸລະກິດ ເພື່ອຊອກຮູ້ກາລະໂອກາດຮ່ວມມື, ພິເສດແມ່ນການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ.
ທີ່ການເຮັດວຽກລະຫວ່າງ 2 ຝ່າຍ

ວັນທີ 06 ເມສາ, ຢູ່ນະຄອນຫຼວງ Abu Dhabi, ໃນຂອບເຂດລາຍການໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາປະເທດສະຫະລັດອາຣັບ ເອມມີເລດ (UAE), ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເຮັດວຽກກັບທ່ານ ປ.ອ Thani bin Ahmed Al Zeyoudi, ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ກະຊວງການຕ່າງປະເທດ UAE.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະນັກທຸລະກິດ ເພື່ອຊອກຮູ້ກາລະໂອກາດຮ່ວມມື, ພິເສດແມ່ນການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ. ກ່ຽວກັບການກຳນົດທິດປຶກສາຫາລືສັນຍາການຄ້າເສລີ 2 ຝ່າຍ ດ້ວຍຊື່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງ ຫວຽດນາມ ແລະ UAE (CEPA), ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຕີລາຄາສູງຄວາມສາມາດບົມຊ້ອນ ແລະ ກາລະໂອກາດຈາກສັນຍາດັ່ງກ່າວຕໍ່ທັງ 2 ປະເທດ, ເລື່ອງສົມທົບທ່າແຮງຂອງ 2 ຝ່າຍຈະສ້າງທ່າເຕີບໂຕດ້ານການຄ້າ ແລະ ການລົງທຶນໃນໄລຍະຈະມາເຖິງ.

ສ່ວນທ່ານ ປ.ອ Thani bin Ahmed Al Zeyoudi ໃຫ້ຮູ້ວ່າ, UAE ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດກັບ ຫວຽດນາມ ແລະ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນກ່ຽວກັບເສດຖະກິດ ແລະ ມີຄວາມສາມາດບົມຊ້ອນຫຼາຍຢ່າງໃນການຮ່ວມມື. ການນຳຂັ້ນສູງສຸດຂອງ UAE ກໍ່ມີການຊີ້ນຳທີ່ຈຳເປັນຕໍ່ເລື່ອງເລີ່ມເຄື່ອນໄຫວເຈລະຈາກ່ຽວກັບ CEPA ພາຍຫຼັງທີ່ ຫວຽດນາມ ສຳເລັດບັນດາລະບຽບການຢູ່ພາຍໃນປະເທດ.

 


top