ຂ່າວສານ

ຫວຽດນາມ ແລະ GEAPP ຮ່ວມມືພັດທະນາຕະຫຼາດພະລັງງານຜະລິດຄືນໃໝ່

ດ້ວຍການເຂົ້າຮ່ວມຂໍ້ຕົກລົງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງສະເໝີພາບ (JETP), ຫວຽດນາມ ປາດຖະໜາຢາກໄດ້ຮັບຄຳປຶກສາ...
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Simon Harford, ຜູ້ອຳນວຍການກອງທຶນ (GEAPP)  

ວັນທີ 22 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Simon Harford, ຜູ້ອຳນວຍການກອງທຶນສະຫະພັນພະລັງງານທົ່ວໂລກເພື່ອມະນຸດ ແລະ ໜ່ວຍໂລກ (GEAPP). ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ດ້ວຍການເຂົ້າຮ່ວມຂໍ້ຕົກລົງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງສະເໝີພາບ (JETP), ຫວຽດນາມ ປາດຖະໜາຢາກໄດ້ຮັບຄຳປຶກສາ, ໜູນຊ່ວຍດ້ານເຕັກນິກຂອງບັນດາຄູ່ຮ່ວມມືສາກົນໃນວິວັດການຜັນຂະຫຍາຍຂໍ້ຕົກລົງ; ສະເໜີໃຫ້ຄູ່ຮ່ວມມືສາກົນ, ໃນນັ້ນມີ GEAPP, ສືບຕໍ່ໃຫ້ຄຳປືກສາ, ໜູນຊ່ວຍ ຫວຽດນາມ ສ້າງບັນດານະໂຍບາຍ, ສະພາບແວດລ້ອມນິຕິກຳທີ່ສະດວກໃຫ້ແກ່ການລົງທຶນ, ການປະມູນ, ສິນເຊື່ອ, ພັດທະນາຕະຫຼາດພະລັງງານຜະລິດຄືນໃໝ່… ສຳລັບບັນດາໂຄງການຫັນປ່ຽນພະລັງງານໃນຂອບເຂດ JETP. ຈາກນັ້ນ, ປະກອບສ່ວນປະຕິບັດເປົ້າໝາຍປ່ອຍອາຍພິດເຮືອນແກ້ວລົງເປັນສູນ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນ ແລະ ໃນທົ່ວໂລກ.


top