ຂ່າວສານ

ຫວຽດນາມ ແມ່ນໜຶ່ງໃນບັນດາພືື້ນຖານເສດຖະກິດມີການເຕີບໂຕໄວທີ່ສຸດ ຢູ່ ອາຊີ

      ວັນທີ 26 ພະຈິກ, ໜັງສືພິມ ລາຍວັນສະບັບອອກໃນຕອນເຊົ້າ ຂອງ ສິງກະໂປ ໄດ້ເອົາລົງບົດຂຽນກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ຂອງ ຫວຽດນາມ, ໃນນັ້ນໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນ ໜຶ່ງໃນບັນດາພື້ນຖານເສດຖະກິດເປີດ ແລະ ມີ ລະດັບການເຕີບໂຕໄວທີ່ສຸດຢູ່ອາຊີ. 
 

ຫວຽດນາມ ແມ່ນໜຶ່ງໃນບັນດາພືື້ນຖານເສດຖະກິດມີການເຕີບໂຕໄວທີ່ສຸດ ຢູ່ ອາຊີ (ພາບ: TTXVN)
      ມາຮອດປັດຈຸບັນ, ຫວຽດນາມ ໄດ້ລົງນາມໃນສົນທິສັນຍາການຄ້າເສລີ (FTA) 12 ສະບັບ ກັບບັນດາຄູ່ຮ່ວມມືໃນທົ່ວໂລກ, ໃນນັ້ນມີສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສົນທິສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA)
 (ແຫຼ່ງຄັດຈາກ VOV)


top