ຂ່າວສານ

ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ

ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແມ່ນຈຸດພົ້ນເດັ່ນ ສະແດງໃຫ້ເຫັນເຖິງນໍ້າໃຈຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງຫວຽດນາມ.

ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາ ສະຫະປະຊາຊາດ (ພາບ:TTXVN)

ຕາມທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາ ສະຫະປະຊາຊາດ, ໃນຂົງເຂດຮັກສາສັນຕິພາບ, ຄວາມໝັ້ນຄົງ, ຫວຽດນາມ ໄດ້ມີການປະກອບສ່ວນຕັ້ງໜ້າເຂົ້າໃນການຫຼຸດຜ່່ອນກໍາລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດ,  ໂດຍສະເພາະແມ່ນອາວຸດນິວເຄຼຍ ແລະ ອາວຸດລ້າງຜານຊະນິດຕ່າງໆ. ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແມ່ນຈຸດພົ້ນເດັ່ນ ສະແດງໃຫ້ເຫັນເຖິງນໍ້າໃຈຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງຫວຽດນາມ. ຫວຽດນາມ ພວມມານະພະຍາຍາມ ເພື່ອກະກຽມຜັນຂະຫຍາຍໂຮງໝໍເຄື່ອນທີ່ ລະດັບ 2 ຢູ່ ຊູດັງໃຕ້.

        ໃນຂົງເຂດພັດທະນາ, ປັດຈຸບັນ, ຫວຽດນາມພວມມານະພະຍາຍາມຜັນຂະຫຍາຍ ໂຄງການດໍາເນີນການພັດທະນາແບບຍືນຍົງ ປີ 2030, ຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຂໍ້ລິເລີ່ມຂອງ ສະຫະປະຊາຊາດ ກ່ຽວກັບການຮັບມືກັບພາຍຸ El Nino   ແລະ La Nina... ວັນທີ 5 ກໍລະກົດ 2018, ຫວຽດນາມ ແລະ ສະຫະປະຊາຊາດ ໄດ້ລົງນາມໃນແຜນການຍຸດທະສາດຮ່ວມສະບັບໃໝ່ (OSP) ສໍາລັບໄລຍະ 2017 - 2021 ລະຫວ່າງລັດຖະບານຫວຽດນາມ ແລະ 18 ອົງການ ຂອງສະຫະປະຊາຊາດ. ນີ້ແມ່ນຂີດໝາຍສໍາຄັນ ສະແດງໃຫ້ເຫັນຄໍາໝັ້ນສັນຍາທີ່ເຂັ້ມແຂງຂອງສະຫະປະຊາຊາດ ແລະ ລັດຖະບານຫວຽດນາມ ໃນ ໂຄງການເຄື່ອນໄຫວລະດັບຊາດ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ,  ພ້ອມທັງຕັ້ງໜ້າເຂົ້າຮ່ວມການປົກປ້ອງສິດທິມະນຸດໃນໂລກ.

ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ຢູ່ພາກພື້ນ ແລະ ໃນໂລກ. ພ້ອມກັນນັ້ນ, ກໍສູ້ຊົນນໍາການພົວພັນຮ່ວມມືກັບ ສະຫະປະຊາຊາດ ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.

(​ແຫຼ່ງຄັດ​ຈາກ VOV)



top