ຂ່າວສານ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຢູ ແລະ ອາຊຽນ

ຫວຽດນາມ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງ ອີຢູ ມີການພົວພັນສະໜິດແໜ້ນ ແລະ ຂອບເຂດການຮ່ວມມື ອີຢູ - ຫວຽດນາມ ໃນປະຈຸບັນແມ່ນ “ເຂັ້ມແຂງທີ່ສຸດ”.
  ທ່ານເອກອັກຄະລັດຖະທູດ Igor Drimesmans (ພາບ:Hữu Chiến/TTXVN)  

ທ່ານເອກອັກຄະລັດຖະທູດ Igor Drimesmans – ຫົວໜ້າຄະນະປະຕິບັດງານສະຫະພາບ ເອີລົບ (EU) ປະຈຳສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເນັ້ນໜັກວ່າ ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືສອງຝ່າຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືສຳຄັນຂອງ ອີຢູ ໃນການຮ່ວມມືກັບ ອາຊຽນ ອີກດ້ວຍ.

ເມື່ອແລກປ່ຽນກັບສື່ມວນຊົນ ຫວຽດນາມ ປະຈຳ ອິນໂດເນເຊຍ ໃນວັນທີ 7 ທັນວາ, ກ່ອນການຢ້ຽມຢາມ ລຸກຊຳບວກ, ໂຮນລັງ ແລະ ແບນຊິກ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ - ອີຢູ ແຕ່ວັນທີ 9 – 12 ທັນວາ, ທ່ານເອກອັກຄະລັດຖະທູດ Igor Drimesmans ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງ ອີຢູ ມີການພົວພັນສະໜິດແໜ້ນ ແລະ ຂອບເຂດການຮ່ວມມື ອີຢູ - ຫວຽດນາມ ໃນປະຈຸບັນແມ່ນ “ເຂັ້ມແຂງທີ່ສຸດ”.

ຕາມ ທ່ານເອກອັກຄະລັດຖະທູດ Igor Drimesmans ແລ້ວ, ອີຢູ ແລະ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ ແລະ ປະຈຸບັນ, ຂໍ້ຕົກລົງນີ້ໄດ້ມີຜົນສັກສິດແລ້ວ. ສອງຝ່າຍກໍ່ມີຂໍ້ຕົກລົງຮ່ວມມືດ້ານການເມືອງ. ນອກຈາກນັ້ນ, ອີຢູ ແລະ ຫວຽດນາມ ກໍ່ມີຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ຫຼື ພົນລະເຮືອນອື່ນໆຢູ່ ເອີລົບ. ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງກອງປະຊຸມຂັ້ນສູງຄັ້ງທຳອິດລະຫວ່າງ ອີຢູ ແລະ ອາຊຽນ ໃນວັນທີ 14 ທັນວາ ຈະມາເຖິງນີ້, ທ່ານເອກອັກຄະລັດຖະທູດ Igor Drimesmans ເນັ້ນໜັກວ່າ: ປະມຸກລັດ ແລະ ຜູ້ນຳລັດຖະບານ 27 ທ່ານ ກັບປະທານອົງການຂອງ ອີຢູ 2 ທ່ານພົບປະກັບການນຳ ອາຊຽນ ແມ່ນມີ “ລັກສະນະປະຫວັດສາດ” ແລະ ບໍ່ເຄີຍມີມາກ່ອນ.


top