ຂ່າວສານ

ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຂອງຂອງອົງການ UNESCO

ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍຖືການຮ່ວມມືຫຼາຍຝ່າຍ ແລະ ບົດບາດຂອງ UNESCO ເປັນສຳຄັນ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນຕ້ອນຮັບທ່ານນາງ Simona-Mirela Miculescu, ປະທານUNESCO (ພາບ: BNG)

ຕອນບ່າຍວັນທີ 25 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານນາງ Simona-Mirela Miculescu, ປະທານອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO). ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງປະທານອົງການ UNESCO ນັບແຕ່ປີ 2000.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍຖືການຮ່ວມມືຫຼາຍຝ່າຍ ແລະ ບົດບາດຂອງ UNESCO ເປັນສຳຄັນ; ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ຜົນສຳເລັດຂອງ ຫວຽດນາມ ໃຫ້ແກ່ບັນດາປະເທດສະມາຊິກ; ສຶບຕໍ່ເປັນເຈົ້າການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ UNESCO. ທ່ານສະເໜີໃຫ້ປະທານສະມັດຊາໃຫຍ່ ແລະ UNESCO ສືບຕໍ່ ສືບຕໍ່ໜູນຊ່ວຍ ຫວຽດນາມ ຜ່ານການໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນບັນດາບົດຮຽນຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ; ການຫັນເປັນດີຈີຕອນ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າວິທະຍາສາດທະເລ; ເສີມຂະຫຍາຍຄຸນຄ່າວັດທະນະທຳ, ມໍລະດົກ, ກຳລັງແຮງຂອງຊາວ ຫວຽດນາມ.

ສ່ວນທ່ານນາງ Simona-Mirela Miculescu, ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງ UNESCO, ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຜັນຂະຫຍາຍບັນດາໂຄງການ, ການເຄື່ອນໄຫວຂອງ UNESCO ທີ່ບັນລຸປະສິດທິຜົນ, ຍາມໃດກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກເພື່ອນມິດສາກົນ, ພິສູດໃຫ້ເຫັນວ່າ ບໍ່ມີປະເທດຄື ຫວຽດນາມ ທີ່ເຂົ້າຮ່ວມ 5 ກົນໄກບໍລິຫານຫຼັກແຫຼ່ງໃນເວລາດຽວກັນ. ທ່ານນາງ ຕີລາຄາສູງເລື່ອງ ຫວຽດນາມ ເປັນເຈົ້າພາບຈັດບັນດາເຫດການສຳຄັນໃນປີ 2024.


top