ຂ່າວສານ

ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ພາກພື້ນ ອາຊຽນ

ການຢ້ຽມຢາມແມ່ນເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ແບ່ງປັນຂໍ້ມູນຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການພົວພັນອັນດີງາມເຊິ່ງ ຫວຽດນາມ ແລະ ບັນດາປະເທດ ອີຢູ ໄດ້ສ້າງຕັ້ງ.
ທີ່ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ 18 ເມສາ, ຢູ່ ຮ່າໂນ້ຍ, ທ່ານປະທານສານປະຊາຊົນສູງສຸດ ເລມິງຈີ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພາບເອີລົບ (ອີຢູ) ປະຈຳ ຫວຽດນາມ Julien Guerrier,  ມາຢ້ຽມຢາມ ແລະ ເຮັດວຽກຢູ່ສານປະຊາຊົນສູງສຸດ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານສານປະຊາຊົນສູງສຸດ ເລມິງຈີ ຢືນຢັນວ່າ, ການຢ້ຽມຢາມແມ່ນເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ແບ່ງປັນຂໍ້ມູນຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການພົວພັນອັນດີງາມເຊິ່ງ ຫວຽດນາມ ແລະ ບັນດາປະເທດ ອີຢູ ໄດ້ສ້າງຕັ້ງ. ຫວຽດນາມ ແລະ ອີຢູ ສ້າງຕັ້ງການພົວພັນທາງການທູດໃນປີ 1990. 2 ຝ່າຍໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ, ມີຜົນສັກສິດນັບແຕ່ປີ 2016. ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ອີຢູ ໄດ້ພັດທະນາຢ່າງແຮງໃນບັນດາຂົງເຂດການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການສຶກສາ - ບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາດ, ກົດໝາຍ ແລະ ຍຸຕິທຳ…

        ສ່ວນທ່ານເອກອັກຄະລັດຖະທູດ Julien Guerrier ຢືນຢັນວ່າ, ດ້ວຍບັນດາການພົວພັນ ແລະ ການພັດທະນາຢ່າງດີງາມນັ້ນ, ປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ ອາຊຽນ.


top