ຂ່າວສານ

ຫວຽດນາມ ແມ່ນຂົວເຊື່ອມຕໍ່ລະຫວ່າງ ລັດເຊຍ ກັບບັນດາປະເທດ ອາຊຽນ

ຜ່ານ 35 ປີຜ່ານມາ, ຫວຽດນາມ ໄດ້ຍົກອອກຫຼາຍຂໍ້ລິເລີ່ມຊຸກຍູ້ການພົວພັນ ລັດເຊຍ - ອາຊຽນ, ສະໜັບສະໜູນ ລັດເຊຍ ເຂົ້າຮ່ວມບັນດາລະບອບໂຄງສ້າງຂອງ ອາຊຽນ ໃຫ້ຫຼາຍກວ່າ.
  (ທ່ານ ດັ້ງມິນຄອຍ, ເອກອັກຄະລັດທະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ)  
ກໍ່​ກ່ຽວ​ຂ້ອງ​ເຖິງກອງ​ປ​ະ​ຊຸມ​ສຸດຍອດສະ​ເຫຼີມ​ສະ​ຫຼອງ 35 ປີ​ແຫ່ງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ທີ່ຈັ​ດ​ຂຶ້​ນ​ຢູ່ ລັດ​ເຊຍ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ ລັດ​ເຊຍ, ທ່ານ ດັ້ງ​ມິນ​ຄອຍ, ເອກ​ອັກ​ຄະ​ລັດ​ທ​ະ​ທູດ ຫວຽດ​ນາມ ປະ​ຈຳສະ​ຫະ​ພັນ ລັດ​ເຊຍ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ນ​ຮຶງ ເປັນ​ການຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງວ່າ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ລ​ະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ. ທ່ານ​ໃຫ​້​ຮູ້​ວ່າ ຜ່ານ 35 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ຍົກ​ອອກ​ຫຼາຍ​ຂໍ້​ລິ​ເລີ່ມ​ຊຸກ​ຍູ້​ການ​ພົວ​ພັນ ລັດ​ເຊຍ - ອາ​ຊຽນ, ສະ​ໜັບ​ສະ​ໜູນ ລັດ​ເຊຍ ເຂົ້າ​ຮ່ວມ​ບັນ​ດາ​ລະບອບໂຄງສ້າງຂອງ ອາ​ຊຽນ ໃຫ້​ຫຼາຍກວ່າ. ຫວຽດ​ນາມ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ​ສະ​ຫະ​ພັນ ລັດ​ເຊຍ, ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ ລັດ​ເຊຍ - ອາ​ຊຽນ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ກວ່າ. ດ້ານ​ອື່ນ, ໃນ​ກຸ່ມ​ ອາ​ຊຽນ, ຫວຽດ​ນາມ ກໍ່ນັບ​ມື້​ນັບ​​ພັດ​ທະ​ນາ​ ແລະ ມີ​ສຽງ​ເວົ້າທີ່ສຳ​ຄັນ​.

top