ຂ່າວສານ

ຫວຽດນາມ-ແມັກຊີໂກຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າ

ຕອນເຊົ້າວັນທີ 20 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທ່ານປະທານສະພາສູງ ແມັກຊີໂກ Ernesto Cordero ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ APPF – 26.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ທ່ານປະທານສະພາສູງ ແມັກຊີໂກ)
`ກ່າວຄຳເຫັນທີ່ການຕ້ອນຮັບ, ປະທານສະພາແຫ່ງຊາດ 2 ທ່ານລ້ວນແຕ່ປາດຖະໜາວ່າ: ສອງຝ່າຍຄວນຊຸກຍູ້ດ້ານເສດຖະກິດ, ການຄ້າຢ່າງແຮງກວ່າອີກ, ພິເສດແມ່ນຂົງເຂດກະສິກຳ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ສອງປະເທດມີການຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ. ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີສອງຝ່າຍ ຄວນເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ ລະຫວ່າງສອງສະພາແຫ່ງຊາດ ເພື່ອແນໃສ່ຖອດຖອນບົດຮຽນ, ການຕິດຕາມກວດກາ ແລະ ການປະຕິບັດກົດໝາຍ; ຊຸກຍູ້ການພົວພັນແລກປ່ຽນລະຫວ່າງສະມາຊິກສະພາແຫ່ງຊາດແມັກຊີໂກ ແລະ ສະມາຊິກສະພາແຫ່ງຊາດຫວຽດນາມ.
ແຫຼ່ງຄັດຈາກ VOV

top