ຂ່າວສານ

ຫວຽດນາມ ແບ່ງປັນປະສົບການໝູນໃຊ້ເຕັກໂນໂລຢີນິວເຄຼຍເຂົ້າໃນການຮັບມືກັບໂລກລະບາດໂຄວິດ - 19

      ທ່ານເອກອັກຄະລັດຖະທູດ ເລຢຸງ ກໍຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງຫວຽດນາມ ແລະ ຈະສືບຕໍ່ຮ່ວມມືກັບອົງການ  IAEA ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການໝູນໃຊ້ເຕັກໂນໂລຢີນິວເຄຼຍຮັບໃຊ້ຈຸດປະສົງສ້າງສັນຕິພາບ, ຮັບໃຊ້ການພັດທະນາແບບຍືນຍົງ, ພິເສດແມ່ນແກ້ໄຂບັນດາບັນຫາທົ່ວໂລກ. 
       
      ໃນລະຫວ່າງວັນທີ 15 – 19 ມິຖຸນາ, ສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA) ໄດ້ຈັດຕັ້ງກອງປະຊຸມອອນລາຍ ປຶກສາຫາລືກ່ຽວກັບບັນດາບັນຫາຈຸດສຸມໃນການເຄື່ອນໄຫວຂອງອົງການ IAEA ເປັນຕົ້ນແມ່ນ ໂຄງການຮ່ວມມືດ້ານເຕັກນິກນິວເຄຼຍລະຫວ່າງ IAEA ແລະ ອີຣານ, ຊີຣີ, ສປປ.ເກົາຫຼີ. ທ່ານເອກອັກຄະລັດຖະທູດ ເລຢຸງ, ຜູ້ຕາງໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາ IAEA ເຂົ້າຮ່ວມ ແລະ ມີບົດກ່າວປາໄສ.
        ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເລຢຸງ ຊີ້ແຈ້ງວ່າ: ເພື່ອບັນລຸໄດ້ຜົນສໍາເລັດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ແມ່ນຍ້ອນມີຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຊອກຫາບັນດາມາດຕະການທີ່ຈໍາເປັນໂດຍໄວ ເພື່ອຈໍາກັດການແຜ່ລະບາດຂອງໂລກລະບາດຢ່າງສຸດຂີດ ບວກກັບການສົມທົບ, ການໜູນຊ່ວຍຂອງເພື່ອນມິດສາກົນ, ໃນນັ້ນ ມີ IAEA. ບັນດາວັດຖຸ, ອຸປະກອນ ແລະ ການແນະນໍາໂດຍອົງການ IAEA ສະໜອງໃຫ້ ໄດ້ຊ່ວຍໃຫ້ບັນດາອົງການວິຊາການຂອງຫວຽດນາມ ໝູນໃຊ້ເຕັກນິກ RT – PCR ແລະ ກວດຫາເຊື້ອໄວຣັດ SARS –CoV- 2  ໄດ້ຢ່າງຊັດເຈນ.
        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເລຢຸງ ກໍຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງຫວຽດນາມ ແລະ ຈະສືບຕໍ່ຮ່ວມມືກັບອົງການ  IAEA ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການໝູນໃຊ້ເຕັກໂນໂລຢີນິວເຄຼຍຮັບໃຊ້ຈຸດປະສົງສ້າງສັນຕິພາບ, ຮັບໃຊ້ການພັດທະນາແບບຍືນຍົງ, ພິເສດແມ່ນແກ້ໄຂບັນດາບັນຫາທົ່ວໂລກ ຄື ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ ເປັນຕົ້ນ.
 (ແຫຼ່ງຄັດຈາກ VOV)


top