ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ກັບໂລກ

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຕັ້ງຈຸດສຸມແມ່ນທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ໃນນັ້ນ ໃຫ້ບຸລິມະສິດຜັນຂະຫຍາຍເຄືອຂ່າຍສາທາລະນະສຸກຈາກທາງໄກ (Tele-Medicine Metwork).

ຫວຽດນາມ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ກັບໂລກ (ພາບ: VGP)

ເວທີປາໄສບັນດາທ່າອ່ຽງດ້ານສາທາລະນະສຸກອະນາຄົດ 2020 ໂດຍມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງບັນດານັກບັນລະຍາຍ ແລະ ຜູ້ແທນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນລວມມີ: ຫວຽດນາມ, ໄທ, ໄຍ້ຫວັນ (ຈີນ), ອິນເດຍ, ອິນໂດເນເຊຍ, ຟີລິບປີນ, ບັງກຼາເທດ…ໄດ້ດຳເນີນໃນວັນທີ 18 ພະຈິກ ດ້ວຍຮູບການອອນລາຍ.

        ທ່ານຮອງສາດສະດາຈານ, ປະລິນຍາເອກ ເລືອງງອັກເຄ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ, ຮອງຫົວໜ້າອະນຸກຳມະການປິ່ນປົວໂຄວິດ-19 (ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19) ຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເລືອງງອັກເຄ ໄດ້ແບ່ງປັນບົດຮຽນໃນການປ້ອງກັນ, ສະກັດກັ້ນ ແລະ ປິ່ນປົວໂຄວິດ-19; ບັນດາບົດຮຽນທີ່ປະສົບຜົນສຳເລັດໃນເບື້ອງຕົ້ນໃນວຽກງານປ້ອງກັນ, ສະກັດກັ້ນ, ປິ່ນປົວໂຄວິດ-19 ແລະ ກຳນົດທິດການຊີ້ນຳ, ປະຕິບັດໃນໄລຍະຈະມາເຖິງຂອງກະຊວງສາທາລະນະສຸກ ຫວຽດນາມ.

        ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຕັ້ງຈຸດສຸມແມ່ນທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ໃນນັ້ນ ໃຫ້ບຸລິມະສິດຜັນຂະຫຍາຍເຄືອຂ່າຍສາທາລະນະສຸກຈາກທາງໄກ (Tele-Medicine Metwork).

        ບັນດາບົດຮຽນ ແລະ ການກຳນົດທິດຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດໃນພາກພື້ນ ອາຊີ.

 (ແຫຼ່ງຄັດຈາກ VOV)
 

top