ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນ ກ່ຽວກັບການກວດສອບໃນ ການປະຕິບັດ SDGs

      ໃນລະຫວ່າງ ວັນທີ 22 – 23 ກໍລະກົດ, ກອງປະຊຸມການນຳບັນດາອົງການກວດສອບສູງສຸດ (SAI) ໄດ້ດຳເນີນຢູ່ສຳນັກງານ ສປຊ. ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫວູວັນຮ້ວາ ຮອງຫົວໜ້າອົງການກວດສອບແຫ່ງລັດນຳໜ້າໄດ້ເຂົ້າຮ່ວມ.

ທ່ານ ຫວູວັນຮ້ວາ ຮອງຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ (ພາບ: TTXVN) 
      ເຂົ້າຮ່ວມກອງປະຊຸມ, ທ່ານ ຫວູວັນຮ້ວາ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມສ້າງຕັ້ງ, ສົມທົບດ້ານເນື້ອໃນການພັດທະນາແບບຍືນຍົງເຂົ້າກັບບັນດາແຜນການ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມກໍ່ຄືສຸມໃສ່ທຸກໆແຫຼ່ງກຳລັງທີ່ຈຳເປັນເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ເລີ່ມແຕ່ເວລາ ທີ່ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຕາມໂຄງການດຳເນີນງານ ປີ 2030 ຂອງ ສປຊ.
            ໃນວິວັດການທີ່ ຫວຽດນາມ ປະຕິບັດ SDGs, ອົງການກວດສອບແຫ່ງລັດຈະຍົກອອກບັນດາການຕີລາຄາຢ່າງພາວະວິໄສ, ສະໜອງຂໍ້ມູນຢ່າງຮອບດ້ານ ກໍ່ຄືສະເໜີບັນດາຂໍ້ສະເໜີແນະທີ່ເໝາະສົມເພື່ອຊ່ວຍໃຫ້ບັນດາອົງການຄຸ້ມຄອງຖອດຖອນບົດຮຽນ, ແກ້ໄຂຂໍ້ຄົງຄ້າງ,ຂໍ້ຂາດຕົກບົກພ່ອງຢ່າງທັນການ ເພື່ອແນໃສ່ຍົກສູງລັກສະນະເສດຖະກິດ, ປະສິດທິພາບປະສິດທິຜົນ, ສຳລັບບັນດາໂຄງການ, ການເຄື່ອນໄຫວຕໍ່ໄປ.
 (ແຫຼ່ງຄັດຈາກ VOV)


top