ຂ່າວສານ

ຫວຽດນາມ ແນ່ນອນວ່າ ຈະນຳໜ້າທົ່ວຄະນະ ຢູ່ SEA Games 31

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຄະນະນັກກິລາ ຫວຽດນາມ ອາດຈະບັນລຸລະດັບສະຖິຕິ ຄ້ວາໄດ້ຫຼຽນຄຳ 194 ຫຼຽນ ເຊິ່ງຄະນະກິລາ ອິນໂດເນເຊຍ ສ້າງຕັ້ງເມື່ອປີ 1997 ໃນຖານະເປັນເຈົ້າພາບຈັດຕັ້ງ SEA Games 19.
  ພາບປະກອບ: VOV  

 ໄລ່ໝົດວັນທີ 21 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຄ້ວາ ໄດ້ ຫຼຽນຄຳ 181 ຫຼຽນ, ຫຼຽນເງິນ 106 ຫຼຽນ, ຫຼຽນ ທອງ 106 ຫຼຽນ, ສືບຕໍ່ຮັກສາອັນດັບທີ 1 ໃນຕາຕະລາງສະຫລຸບຫຼຽນ SEA Games 31 ເມື່ອຫຼາຍກ່ວາຄະນະຈັດອັນດັບທີ 2 ແມ່ນ ໄທ ດ້ວຍຫຼຽນຄຳ 106 ຫຼຽນ. ໃນການແຂ່ງຂັນສຸດທ້າຍ ວັນທີ 22 ພຶດສະພາ, ມີຊຸດຫຼຽນ 61 ຊຸດຈະໄດ້ມອບ, ໝາຍຄວາມວ່າ: ແນ່ນອນວ່າ ປະເທດ ຫວຽດນາມ ຈະຢືນຢູ່ອັນດັບທີ 1 ທົ່ວຄະນະ, ໃນຂະນະທີ່ອັນດັບຂອງປະເທດອື່ນຍັງສາມາດປ່ຽນແປງໄດ້.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຄະນະນັກກິລາ ຫວຽດນາມ ອາດຈະບັນລຸລະດັບສະຖິຕິ ຄ້ວາໄດ້ຫຼຽນຄຳ 194 ຫຼຽນ ເຊິ່ງຄະນະກິລາ ອິນໂດເນເຊຍ ສ້າງຕັ້ງເມື່ອປີ 1997 ໃນຖານະເປັນເຈົ້າພາບຈັດຕັ້ງ SEA Games 19.



top