ຂ່າວສານ

ຫວຽດນາມ ເອົາໃຈໃສ່ຊຸກຍູ້ການຮ່ວມມືຮັກສາສັນຕິພາບກັບ ສປຊ

ທ່ານຮອງເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງການປະກອບສ່ວນຕັ້ງໜ້າໃນຫຼາຍດ້ານຂອງ ຫວຽດນາມ ໃຫ້ແກ່ວຽກງານລວມຂອງ ສປຊ, ໃນນັ້ນມີການປະກອບສ່ວນຂອງບັນດາບຸກຄົນ ຫວຽດນາມ ປະຈຸບັນພວມເຮັດວຽກໃຫ້ແກ່ບັນດາອົງການຂອງ ສປຊ.

ທ່ານຮອງເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງການປະກອບສ່ວນຕັ້ງໜ້າໃນຫຼາຍດ້ານຂອງ ຫວຽດນາມ ໃຫ້ແກ່ວຽກງານລວມຂອງ ສປຊ, ໃນນັ້ນມີການປະກອບສ່ວນຂອງບັນດາບຸກຄົນ ຫວຽດນາມ ປະຈຸບັນພວມເຮັດວຽກໃຫ້ແກ່ບັນດາອົງການຂອງ ສປຊ.

   

ທ່ານນາງຮອງເລຂາທິການໃຫຍ່ ສປຊ Catherine Pollard ແລະ ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ

ວັນທີ 23 ສິງຫາ, ທີ່ນິວຢອກ, ປະເທດ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານຂອງ ຫວຽດນາມ ປະຈຳ ສປຊ, ເຮັດວຽກກັບທ່ານນາງ Catherine Pollard, ຮອງເລຂາທິການໃຫຍ່ ສປຊ ກ່ຽວກັບ ຍຸດທະສາດການຄຸ້ມຄອງ, ນະໂຍບາຍ ແລະ ປະຕິບັດ.

        ນະທີ່ນີ້, ທ່ານຮອງເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງການປະກອບສ່ວນຕັ້ງໜ້າໃນຫຼາຍດ້ານຂອງ ຫວຽດນາມ ໃຫ້ແກ່ວຽກງານລວມຂອງ ສປຊ, ໃນນັ້ນມີການປະກອບສ່ວນຂອງບັນດາບຸກຄົນ ຫວຽດນາມ ປະຈຸບັນພວມເຮັດວຽກໃຫ້ແກ່ບັນດາອົງການຂອງ ສປຊ. ທ່ານນາງ Catherine Pollard ໃຫ້ຮູ້ວ່າ ກຽມພ້ອມສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກເພື່ອຊຸກຍູ້ ສປຊ ເຄື່ອນໄຫວໃຫ້ນັບມື້ນັບມີປະສິດທິຜົນ, ຊຸກຍຸ້ລັດທິຫຼາຍຝ່າຍ ແລະ ເພີ່ມທະວີລັກສະນະເປັນຕົວແທນຂອງບັນດາປະເທດສະມາຊິກ.

        ເນັ້ນໜັກຄຳໝັ້ນສັນຍາຂອງ ຫວຽດນາມ ປະກອບສ່ວນຕັ້ງໜ້າໃຫ້ແກ່ວຽກງານຂອງ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນຊຸມປີຜ່ານມາ, ພິເສດແມ່ນການສົ່ງກຳລັງກອງທັບ ແລະ ຕຳຫຼວດເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ, ປະກອບແຫຼ່ງເງິນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ.

(ແຫຼ່ງຄັດຈາກ VOV)

 


top