ຂ່າວສານ

ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ຈີນ

      ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ ນຳການພົວພັນ ອາຊຽນ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)
      ວັນທີ 22 ພະຈິກ, ກອງປະຊຸມສຸດຍອດພິເສດ ອາຊຽນ - ຈີນ ໄດ້ໄຂຂຶ້ນຢ່າງເປັນທາງການແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມ, ສືບຕໍ່ຢືນຢັນສານທີ່ວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ ນຳການພົວພັນ ອາຊຽນ - ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ເໝາະສົມກັບຂອບຂະໜາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຊິ່ງຫາກໍ່ຮັບການສ້າງຕັ້ງທີ່ກອງປະຊຸມຂັ້ນສູງປະຈຳປີ ອາຊຽນ - ຈີນ ຄັ້ງທີ 24 (26 ຕຸລາ 2021).
        ນັບແຕ່ສ້າງຕັ້ງການພົວພັນຄູ່ເຈລະຈາເມື່ອປີ 1991, ການພົວພັນລະຫວ່າງ ອາຊຽນ - ຈີນ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງໃນທຸກຂົງເຂດ; ນຳມາເຊິ່ງບັນດາຜົນປະໂຫຍດຢ່າງແທດຈິງໃຫ້ທັງ 2 ຝ່າຍ. ກອງປະຊຸມແມ່ນໂອກາດເພື່ອໃຫ້ການນຳ 2 ຝ່າຍຕີລາຄາການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະ 30 ປີຜ່ານມາ, ວາງອອກທິດທາງສຳຄັນເພື່ອນຳການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃຫ້ຂຶ້ນສູ່ລະດັບສູງໃໝ່.
ຂີດໝາຍ 30 ປີໃນການພົວພັນລະຫວ່າງ ອາຊຽນ - ຈີນ
        ເດືອນ ຕຸລາ 2021, ຄົບຮອບ 30 ປີນັບແຕ່ສ້າງຕັ້ງການພົວພັນຄູ່ເຈລະຈາ, ອາຊຽນ ແລະ ຈີນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນໄລຍະ 30 ປີຜ່ານມາ, ການພົວພັນລະຫວ່າງ ອາຊຽນ - ຈີນ ໄດ້ຮັບການພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງໃນທຸກຂົງເຂດ. ວົງເງິນການຄ້າ 2 ສົ້ນໃນໄລຍະ 30 ປີຜ່ານມາໄດ້ເພີ່ມຂຶ້ນເຖິງ 80 ເທົ່າ. ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ອາຊຽນ ໃນຫຼາຍປີຢ່າງລຽນຕິດ (2009-2021), ໃນຂະນະນັ້ນ ໃນປີ 2020, ເປັນຄັ້ງທຳອິດ ອາຊຽນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ. ໃນປີ 2020, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຍອດວົງເງິນການຄ້າ 2 ສົ້ນລະຫວ່າງ ອາຊຽນ ແລະ ຈີນ ຍັງບັນລຸ 516,9 ຕື້ USD.
        ພາຍຫຼັງລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນເດືອນ ພະຈິກ 2020, ຈີນ ແມ່ນໜຶ່ງໃນຈຳນວນປະເທດຄູ່ຮ່ວມມືທຳອິດຂອງ ອາຊຽນ ທີ່ສຳເລັດການໃຫ້ສັດຕະຍາບັນສັນຍາ RCEP ໂດຍໄວ. ນອກນັ້ນ, ອາຊຽນ ແລະ ຈີນ ພວມຮ່ວມມືກັນຢ່າງແໜ້ນແຟ້ນຜ່ານບັນດາກົນໄກ, ເວທີປາໄສໂດຍ ອາຊຽນ ເປັນເຈົ້າພາບຈັດຂຶ້ນໃນຂົງເຂດຄື ເຊື່ອມຕໍ່, ທ່ອງທ່ຽວ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ວິທະຍາສາດ ແລະ ເຕັກໂນໂລຊີ, ກະສິກຳ, ຄົມມະນາຄົມຂົນສົ່ງ… ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືຫຼາຍສະບັບທີ່ກ່ຽວຂ້ອງ.
        ຍາມໃດ ຈີນ ກໍ່ຢືນຢັນການຖືເປັນສຳຄັນບົດບາດ, ທີ່ຕັ້ງຂອງ ອາຊຽນ ຢູ່ພາກພື້ນ ແລະ ໃນໂລກ; ສະໜັບສະໜູນ ອາຊຽນ ສວມບົດບາດໃຈກາງໃນໂຄງສ້າງພາກພື້ນ. ໃນສະພາບທັງ ອາຊຽນ ແລະ ຈີນ ພວມປະເຊີນໜ້າກັບສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້ໃນໂລກ ແລະ ພິເສດແມ່ນບັນດາສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19, 2 ຝ່າຍໄດ້ສະແດງໃຫ້ເຫັນຈິດໃຈແບ່ງປັນ ແລະ ໜູນຊ່ວຍເຊິ່ງກັນແລະກັນ, ສືບຕໍ່ຮ່ວມມືຢ່າງຮອບດ້ານກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19, ຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມ.
ກອງປະຊຸມແມ່ນໂອກາດເພື່ອໃຫ້ການນຳ 2 ຝ່າຍຕີລາຄາການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະ 30 ປີຜ່ານມາ
(ພາບ: TTXVN)
      ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ຈີນ
        ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມອາຊຽນ, ໃນໄລຍະຜ່ານມາ,  ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ເພີ່ມທະວີການເຈລະຈາດ້ານການເມືອງ, ຍົກສູງຄວາມຮູ້, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ຍູ້ແຮງການຮ່ວມມືຢ່າງຮອບດ້ານ, ນຳການພົວພັນຂອງ 2 ຝ່າຍໃຫ້ກາຍເປັນແບບຢ່າງຂອງການພົວພັນຄູ່ຮ່ວມມືສະຖຽນລະພາບ ແລະ ຍືນຍົງລະຫວ່າງບັນດາປະເທດຖານບ້ານໃກ້ເຮືອນຄຽງ.
        ໃນປີ 2020, ເມື່ອ ຫວຽດນາມ ດຳລົງຕຳແໜ່ງປະທານ ອາຊຽນ, ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ອາຊຽນ ສືບຕໍ່ປັບປຸງຄວາມສາມັກຄີ, ເປັນເອກະພາບ, ຮັກສາທ່າຮ່ວມມື, ຮັບມືກັບໂລກລະບາດໂຄວິດ-19 ຢ່າງແຮງ, ພ້ອມທັງຮ່ວມມືຢ່າງມີປະສິດທິຜົນກັບບັນດາຄູ່ຮ່ວມມື. ພິເສດ, ໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, 10 ປະເທດ ອາຊຽນ ແລະ 5 ປະເທດຄູ່ຮ່ວມມື, ໃນນັ້ນມີ ຈີນ, ໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສ້າງຕະຫຼາດກວ້າງໃຫຍ່ດ້ວຍພົນລະເມືອງ 2,3 ຕື້ຄົນ ແລະ ລະດັບ GDP ບັນລຸ 28,500 ຕື້ USD.
        ຫວນຄືນໄລຍະ 30 ປີຜ່ານມາ, ການພົວພັນລະຫວ່າງ ອາຊຽນ - ຈີນ ບັນລຸຜົນງານຫຼາຍຢ່າງ, ພິເສດໃນຮອບເວລາ 18 ປີຜ່ານມາ ນັບແຕ່ເມື່ອ 2 ຝ່າຍຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ໃນເສັ້ນທາງທີ່ເຕັມໄປດ້ວຍຂີດໝາຍນັ້ນ, ຫວຽດນາມ ໄດ້ພ້ອມກັບ ອາຊຽນ ມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງ, ມີຄວາມຮັບຜິດຊອບ, ມີປະສິດທິຜົນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ຈີນ ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງແຕ່ລະຝ່າຍ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື, ພັດທະນາຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)


top