ຂ່າວສານ

ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບ ກຳປູເຈຍ ແລະ ລາວ

      ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບັນດາການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ສົມແກ້ວ ສີລະວົງ

ການພົບປະມິດຕະພາບ
      ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມການພົບປະມິດຕະພາບລະຫວ່າງ 3 ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ - ກະຊວງປ້ອງກັນຄວາມສະຫງົບ ລາວ - ກະຊວງພາຍໃນ ກຳປູເຈຍ.
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Samdech Krolahom Sar Kheng 
      ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຍາມໃດກໍ່ສາມັກຄີ, ສະໜັບສະໜູນປະຊາຊົນ, ລັດຖະບານ ກຳປູເຈຍ ຕາມທິດນຳ “ຖານບ້ານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”. ທ່ານນາຍົກລັດຖະມົນຕີສະເໜີກຳລັງຕຳຫລວດ 2 ປະເທດ ສືບຕໍ່ສົມທົບກັນຕໍ່ສູ້ເຮັດໃຫ້ທຸກກົນອຸບາຍທີ່ແບ່ງແຍກ, ມ້າງທຳລາຍນ້ຳໃຈສາມັກຄີ, ມິດຕະພາບ 2 ປະເທດຖືກປະລາໄຊ; ສົມທົບກັນທາບທາມຄຳເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນຫລາຍຝ່າຍກ່ຽວກັບການຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ  ສົມແກ້ວ ສີລະວົງ
      ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ສົມແກ້ວ ສີລະວົງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ໃນສະພາບການໂລກ ແລະ ພາກພື້ນພວມຜັນແປຢ່າງສັບສົນ, ກຳລັງຕຳຫລວດ ຫວຽດນາມ ແລະ ລາວ ຄວນສືບຕໍ່ສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ - ລາວ ເປັນຢ່າງດີ ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ. ພ້ອມກັນນັ້ນ, ຕັ້ງໜ້າຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ, ສະກັດກັ້ນ, ທຳລາຍບັນດາເສັ້ນທາງຄ້າຂາຍ, ຂົນສົ່ງຢາເສບຕິດ, ອາວຸດ, ທາດລະເບີດຜ່ານຊາຍແດນຢ່າງຜິດກົດໝາຍ…
 (ແຫຼ່ງຄັດຈາກ VOV)

top