ຂ່າວສານ

ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພີ່ມທະວີສິດໃຫ້ແມ່ຍິງ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຝ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດ້ວຍຮູບແບບທາງໄກຈາກສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.
  ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ  

ຕອນບ່າຍວັນທີ 12 ຕຸລາ, ຢູ່ກຳປູເຈຍ, ໄດ້ໄຂກອງປະຊຸມສຸດຍອດການນຳເພດຍິງອາຊຽນຄັ້ງທີ 2 ດ້ວຍຫົວຂໍ້ວ່າ "ສ້າງອະນາຄົດທີ່ຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປຸກລຸກຄວາມສາມາດບົ່ມຊ້ອນດ້ານການປະກອບການຂອງແມ່ຍິງພາຍໃນອາຊຽນ". ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຝ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດ້ວຍຮູບແບບທາງໄກຈາກສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Hunsen, ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ແລະ ການນຳຫຼາຍທ່ານໄດ້ຕີລາຄາສູງຜົນສຳເລັດຂອງຂໍ້ລິເລີ່ມ, ຖືວ່ານີ້ແມ່ນຂີດໝາຍສຳຄັນສະແດງໃຫ້ເຫັນຄຸນຄ່າ ແລະ ບົດບາດຫຼັກແຫຼ່ງຂອງແມ່ຍິງໃນການພັດທະນາເສດຖະກິດ - ສັງຄົມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງຫວຽດນາມ ໃນການຮ່ວມມືກັບບັນດາປະເທດ ອາຊຽນ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ເພີ່ມທະວີສິດໃຫ້ແກ່ແມ່ຍິງ, ປະກອບສ່ວນສ້າງອະນາຄົດທີ່ນັບມື້ນັບຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງຂອງພາກພື້ນ ແລະ ໃນໂລກ.


top