ຂ່າວສານ

ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລານັກຮຽນ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13

ງານມະຫາກຳກິລານີ້ມີການເຂົ້າຮ່ວມຂອງ 11 ປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້...
  ງານມະຫາກຳກິລານັກຮຽນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ ຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ 2013  

ວັນທີ 28 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງເປັນເຈົ້າພາບຈັດງານມະຫາກຳກິລານັກຮຽນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13 ປີ 2023, ຢູ່ ຫວຽດນາມ. ງານມະຫາກຳກິລານີ້ມີການເຂົ້າຮ່ວມຂອງ 11 ປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ້ວຍການແຂ່ງຂັນກິລາ 6 ປະເພດ. ຄາດວ່າ, ງານມະຫາກຳກິລານີ້ຈະຖືກຈັດຂຶ້ນໃນເດືອນ ສິງຫາ 2023 ຢູ່ນະຄອນ ດານັ້ງ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ, ນະຄອນ ດານັ້ງ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງກຳນົດບັນດາສະຖານທີ່ຝຶກແອບ, ແຂ່ງຂັນ, ຮັບປະກັນຄວາມເໝາະສົມ, ສະດວກ, ມີປະສິດທິຜົນ.

 


top