ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວັກແຄ໊ງ ຖ່າຍຮູບກັບເຈົ້າໜ້າທີ່ບາງປະເທດເຂົ້າຮ່ວມກອງປະຊຸມ
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວັກແຄ໊ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ຫາກໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 3, ຢູ່ ນະຄອນ Bogota, ປະເທດ Colombia ໃນລະຫວ່າງວັນທີ 22 – 23 ກັນຍາ.
ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.
ທີ່ກອງປະຊຸມ, ຫວຽດນາມ ໄດ້ຮັບສິດເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 4 ໃນປີ 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດັ້ງກວັກແຄ໊ງ ຢັ້ງຢືນວ່າ: ຫວຽດນາມ ຈະມານະພະຍາຍາມຢ່າງສູງສຸດ ແລະ ຫວັງວ່າ Colombia ແລະ ບັນດາປະເທດຄູ່ຮ່ວມມືແບ່ງປັນບົດຮຽນກໍ່ຄືໜູນຊ່ວຍ ຫວຽດນາມ ຮັບໜ້າທີ່ນີ້ໃຫ້ບັນລຸຜົນສຳເລັດຢ່າງຈົບງາມ. ທ່ານລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຈະຊຸກຍູ້ໂຄງການດຳເນີນງານຂອງກອງປະຊຸມໃຫ້ເໝາະສົມກັບບັນດາບຸລິມະສິດຂອງບັນດາປະເທດ P4G ກໍ່ຄືຄວາມສົນໃຈຂອງທົ່ວໂລກ…