ຂ່າວສານ

ຫວຽດນາມ ເປັນເຈົ້າການຮັບມືກັບບັນດາກໍລະນີຕິດໂລກພະຍາດ Covid – 19 ໃໝ່ຕື່ມອີກ

      ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ  Covid – 19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການສະກັດກັ້ນ ແລະ ຕ້ານໂລກລະບາດໃນໄລຍະປັດຈຸບັນ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ (ພາບ: VGP)
      ທີ່ກອງປະຊຸມ, ຄະນະຊີ້ນໍາໃຫ້ຂໍ້ສັງເກດວ່າ, ໃນຈຸດເວລາປັດຈຸບັນ, ຫວຽດນາມພວມຄວບຄຸມສະພາບການໄດ້ເປັນຢ່າງດີ; ປະຕິບັດວຽກງານສະກັດກັ້ນ ແລ ຕ້ານໂລກລະບາດຢ່າງເປັນເຈົ້າການ ແລະ ທັນການ. ນັບແຕ່ວັນທີ 13 ກຸມພາ ມາຮອດປັດຈຸບັນ, ຫວຽດນາມ ບໍ່ພົບເຫັນກໍລະນີຕິດໂລກລະບາດໃໝ່ຕື່ມອີກ. ແຕ່ປັດຈຸບັນ, ໂລກລະບາດດັ່ງກ່າວພວມແຜ່ລະບາດຢູ່ຫຼາຍກວ່າ 60 ປະເທດ ແລະ ເຂດແຄວ້ນໃນໂລກ ແລະ ນັບມື້ນັບມີການຜັນແປຢ່າງສັບສົນຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ຕ້ອງຄາດຄະເນທຸກກໍລະນີ, ມີບັນດາບາດກ້າວເດີນແທດຈິງ, ບໍ່ປະໝາດ, ຍາມໃດກໍຕ້ອງກຽມພ້ອມຮັບມື ເມື່ອກວດພົບເຫັນກໍລະນີຕິດໂລກພະຍາດຄົນໃໝ່.
        ຕາມທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມແລ້ວ, ນັບແຕ່ເວລາ 00 ໂມງຂອງວັນທີ 3 ມີນາ, ຫວຽດນາມ ຈະຢຸດຕິການຍົກເວັ້ນວິຊາຕາມລໍາພັງຝ່າຍດຽວແບບຊົ່ວຄາວ ສໍາລັບພົນລະເມືອງ ອີຕາລີ. 
 (ແຫຼ່ງຄັດຈາກ VOV)


top