ຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ພວມເປີດກາລະໂອກາດບຸກທະລຸໃຫ້ແກ່ ຫວຽດນາມ. ເພື່ອຢັ້ງຢືນບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ປັນຍາປະດິດທົ່ວໂລກ, ຄຽງຄູ່ກັບຍຸດທະສາດ ແລະ ກົນໄກນະໂຍບາຍ, ຫວຽດນາມ ມານະພະຍາຍາມກາຍເປັນຈຸດນັດພົບດຶງດູດບັນດາ “ນັກລົງທຶນໃຫຍ່” ທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນປະສົບການ, ຍາດແຍ່ງກະແສຫັນປ່ຽນລະບົບສະຫນອງທົ່ວໂລກ.
ທ່ານ ຫວູກວັກຮູຍ ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ.(ພາບ: bao nhan dan)
ໄລຍະຜ່ານມາ, ຫວຽດນາມ ຊຸກຍູ້ການຮ່ວມມືພັດທະນາຂົງເຂດເຄິ່ງຊັກນຳໄຟຟ້າ ແລະ AI ກັບບັນດາປະເທດ, ພື້ນຖານເສດຖະກິດພັດທະນາໃນໂລກ, ພາຍໃຕ້ຫລາຍຮູບການ, ໃນນັ້ນ ມີການຈັດຕັ້ງບັນດາກອງປະຊຸມ, ການສຳມະນາ, ງານວາງສະແດງສາກົນ. ກອງປະຊຸມສາກົນກ່ຽວກັບ “ປັນຍາປະດິດ ແລະ ເຄິ່ງຊັກນຳໄຟຟ້າ ປີ 2025 (AISC 2025) ດ້ວຍຫົວຂໍ້ “ສ້າງອະນາຄົດ: ການເຊື່ອມຕໍ່ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າທົົ່ວໂລກ” ໂດຍ ຫວຽດນາມ ຈັດຕັ້ງ ໄດ້ດຳເນີນແຕ່ວັນທີ 12 – 16 ມີນາ ຢູ່ ຮ່າໂນ້ຍ ແລະ ດ່າຫນັງ, ແມ່ນໜຶ່ງ AI ໃນບັນດາການເຄື່ອນໄຫວດັ່ງກ່າວ.
AISC 2025 ໄດ້ເຕົ້າໂຮມກວ່າ 1.000 ການນຳ, ຜູ້ຊ່ຽວຊານມາຈາກບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຄື: Google DeepMind, IBM, Intel, TSMC, Samsung, MediaTek, Tokyo Electron, Panasonic, Qorvo, Marvell.., ພ້ອມກັບຫລາຍກຸ່ມບໍລິສັດເຕັກໂນໂລຊີແຖວຫນ້າອື່ນຈາກ Silicon Valley ອາເມລິກາ ແລະ ຫລາຍປະເທດ, ພື້ນຖານເສດຖະກິດພັດທະນາອື່ນ. ດ້ວຍບົດບາດແມ່ນຫົວຫນ່ວຍຮ່ວມຈັດຕັ້ງເຫດການນີ້, ທ່ານ ຫວູກວັກຮູຍ ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ ຢືນຢັນ:
“ຍຸດທະສາດພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໄລຍະ 2021 - 2030 ກຳນົດວ່າ: ຫວຽດນາມ ຕ້ອງໄປທັດທຽມ, ພັດທະນາພ້ອມກັບໂລກ, ເອົາໃຈໃສ່ບັນດາຂົງເຂດຂອງການປະຕິວັດອຸດສາຫະກຳ 4.0 ຄື: AI, blockchain... ຫວຽດນາມ ສົ່ງເສີມ, ຕີລາຄາສູງບັນດາວິສາຫະກິດມາລົງທຶນຢູ່ ຫວຽດນາມ, ນຳມາເຊິ່ງບັນດາເຕັກໂນໂລຊີໃນຂົງເຂດນີ້”.
ຕາມການສະຖິຕິແລ້ວ, ການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ເຂົ້າຫວຽດນາມ ໄດ້ຄ່ອຍໆເພີ່ມຂຶ້ນໃນແຕ່ລະໄຕມາດ, ໃນນັ້ນ ກະແສເງິນລົງທຶນທີ່ມີຄຸນນະພາບສູງໃນຂົງເຂດອຸດສາຫະກຳ 4.0 ກວມອັດຕາສ່ວນໃຫຍ່. ທ້າຍປີກາຍນີ້ ກຸ່ມບໍລິສັດ NVIDIA ອາເມລິກາ, ກຸ່ມບໍລິສັດອອກແບບ, ຜະລິດ ຊິບ ເຄິ່ງຊັກນຳໄຟຟ້າໃຫຍ່ສຸດໃນໂລກ ໄດ້ເຊັນຂໍ້ຕົກລົງຮ່ວມມືກັບ ຫວຽດນາມ ຢ່າງເປັນທາງການເພື່ອສ້າງຕັ້ງສູນຄົ້ນຄ້ວາ ແລະ ພັດທະນາປັນຍາປະດິດ (AI) ແລະ ສູນຖານຂໍ້ມູນ AI ຢູ່ ຫວຽດນາມ. ຕາມການສັງເກດຂອງທ່ານນາງ Coke-Hamilton ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນແລ້ວ, ບັນດານັກລົງທຶນພວມເຫັນໄດ້ຢ່າງຈະແຈ້ງວ່າ ຫວຽດນາມ ພວມມີການກະທຳລະອຽດ, ພ້ອມແລ້ວທີ່ຈະດຶງດູດບັນດາໂຄງການຂອງບັນດານັກລົງທຶນ.
“ຫວຽດນາມ ໄດ້ກາຍເປັນຫນຶ່ງໃນບັນດາສູນກາງພັດທະນາຢ່າງວ່ອງໄວທີ່ສຸດກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນະວັດຕະກຳຢູ່ ອາຊີ. ດ້ວຍກຳລັງແຮງງານມີລະດັບຄວາມຮູ້ ສູງ ແລະ ບັນດາສັນຍາການຄ້າຢ່າງແຮງ, ຫວຽດນາມ ນຳມາເຊິ່ງກາລະໂອກາດໃຫ້ແກ່ບັນດາວິສາຫະກິດລົງທຶນເຂົ້າໃນຂົງເຂດເຕັກໂນໂລຊີ. ລັດຖະບານ ຫວຽດນາມ ໄດ້ລົງທຶນຫລາຍເຂົ້າໃນພື້ນຖານໂຄງລ່າງເຕັກໂນໂລຊີ. ນອກນັ້ນ ຫວຽດນາມ ຍັງກໍ່ສ້າງທ່າກຳປັ່ນນ້ຳເລິກ, ເສັ້ນທາງຄວາມໄວສູງທີ່ທັນສະໄຫມ, ຕາຫນ່າງໄຟຟ້າ, ນະຄອນອັດສະລິຍະ.. ຊ່ວຍໃຫ້ການເຄື່ອນໄຫວລົງທຶນມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນກວ່າ”.
ການກຳນົດທິດຍຸດທະສາດພັດທະນາແຫ່ງຊາດຂອງ ຫວຽດນາມ ໄດ້ກຳນົດການລົງທຶນພັດທະນາຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, AI ບໍ່ພຽງແຕ່ແມ່ນພັດທະນາຂະແຫນງເສດຖະກິດເທົ່ານັ້ນ ຫາກຍັງແມ່ນພື້ນຖານເພື່ອຍົກສູງກຳລັງແຮງການແກ້ງແຍ່ງ, ນຳປະເທດຊາດບືນຕົວຂຶ້ນໃນສັງກາດດິຈິຕອນ. ທ່ານ ເລນາມຈູງ, ຫົວຫນ້າກົມອຸດສາຫະກຳຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:
“ຫວຽດນາມ ເຂົ້າຮ່ວມຂັ້ນຕອນທັງໝົດຂອງລະບົບສະຫນອງເຄິ່ງຊັກນຳໄຟຟ້າທົ່ວໂລກ. ໃນນັ້ນ ຫວຽດນາມ ມານະພະຍາຍາມາກາຍເປັນຈຸດນັດພົບຂອງບັນດາປະເທດ, ບັນດາອົງການໃນລະບົບສະຫນອງນີ້, ດຶງດູດວິສາຫະກິດເຄິ່ງຊັກນຳໄຟຟ້າແຖວຫນ້າໂລກມາລົງທຶນຢູ່ ຫວຽດນາມ. ນີ້ແມ່ນຈຸດແຕກຕ່າງກ່ຽວກັບຈິນຕະນາການຍຸດທະສາດແຫ່ງຊາດ ຂອງ ຫວຽດນາມ ເມື່ອທຽບໃສ່ຫລາຍປະເທດອື່ນ”.
ຢູ່ AISC 2025 ໄດ້ເຫັນປະຈັກຕາບັນດາບາດກ້າວຮ່ວມມືໃຫມ່ຂອງ ຫວຽດນາມ ໃນຂົງເຂດເຄິ່ງຊັກນຳໄຟຟ້າ, AI ຄືເລື່ອງ ຫວຽດນາມ ເຂົ້າຮ່ວມສະຫະພັນທົ່ວໂລກ AI Alliance, ດ້ວຍພາລະກຳແມ່ນຊຸກຍູ້ການປ່ຽນແປງໃຫມ່ໃນການພັດທະນາ AI. ມີຂໍ້ຕົກລົງຫລາຍສະບັບອື່ນກໍ່ໄດ້ລົງນາມລະຫວ່າງ ວິສາຫະກິດ ຫວຽດນາມ ກັບບັນດາຄູ່ຮ່ວມມືຕ່າງປະເທດ, ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມຢ່່າງເລິກເຊິ່ງກວ່າຂອງລະບົບມູນຄ່າທົ່ວໂລກໃນໄລຍະພັດທະນາໃຫມ່.