ຂ່າວສານ

ຫວຽດນາມ ເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ ຢູ່ ລັດເຊຍ

      ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານ ພົນໂທ ເບ໊ຊວັນເຈື່ອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ໄປຢ້ຽມຢາມ  ແລະ ເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ “ Army – 2019” ຢູ່ລັດເຊຍ ໃນລະຫວ່າງວັນທີ 24 – 27 ມິຖຸນາ

ງານວາງສະແດງອາວຸດ, ອຸປະກອນເຕັກນິກການທະຫານ (ພາບ: sputniknews.com)
      ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Sergey Shoigu ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສະຫະພັນລັດເຊຍ ແລະ ໄດ້ຮັບການມອບສິດຈາກທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານ ພົນໂທ ເບ໊ຊວັນເຈື່ອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ  ແລະ ເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ “ Army – 2019” ຢູ່ລັດເຊຍ ໃນລະຫວ່າງວັນທີ 24 – 27 ມິຖຸນາ.
        ເວທີປາໄສດັ່ງກ່າວ ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນປະທານ ໄດ້ຖືກຈັດຂຶ້ນປະຈໍາປີ ນັບແຕ່ປີ 2015 ເປັນຕົ້ນມາ ຢູ່ສູນວາງສະແດງ “ຜູ້ຮັກຊາດ”, ທີ່ຊານນະຄອນຫຼວງ ມົດສະກູ. ນີ້ແມ່ນໜຶ່ງໃນບັນດາງານວາງສະແດງອາວຸດ, ອຸປະກອນເຕັກນິກສາກົນທີ່ມີຂອບຂະໜາດໃຫຍ່ໃນໂລກ. ໃນປີ 2019 ນີ້, ຄາດວ່າຈະມີໂຮງງານ ແລະ ບັນດາອົງການຈັດຕັ້ງກວ່າ 1.500 ແຫ່ງເຂົ້າຮ່ວມການວາງສະແດງ ດ້ວຍຜະລິດຕະພັນຮັບໃຊ້ການທະຫານ ແລະ ເຕັກໂນໂລຢີ ກວ່າ 27.000 ຢ່າງ. ຕາມແຜນການແລ້ວ, ໃນຂອບເຂດຂອງເວທີປາໄສດັ່ງກ່າວ ຈະດໍາເນີນການເຄື່ອນໄຫວຫຼາຍຢ່າງຄື ກອງປະຊຸມສໍາມະນາວິທະຍາສາດຕົວຈິງ ກ່ຽວກັບເຕັກນິກການທະຫານ ແລະ ອຸດສາຫະກໍາປ້ອງກັນຊາດ, ບັນດາການເຄື່ອນໄຫວຝຶກຊ້ອມການນໍາໃຊ້ອາວຸດ, ອຸປະກອບເຕັກນິກຢູ່ໃນພາກຕົວຈິງ.
        ຢູ່ນອກເວທີປາໄສເຕັກນິກການທະຫານສາກົນ “Army – 2019”, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເບ໊ຊວັນເຈື່ອງ ໄດ້ມີການເຮັດວຽກກັບທ່ານປະທານຄະນະກໍາມະການລັດເຊຍ ສັງກັດຄະນະກໍາມະການລະຫວ່າງລັດຖະບານ ລັດເຊຍ - ຫວຽດນາມ ກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ.
 (ແຫຼ່ງຄັດຈາກ VOV)
 


top