ຂ່າວສານ

ຫວຽດນາມ ເຂົ້າຮ່ວມເວທີປາໄສສະມາຊິກລັດຖະສະພາຍິງ ແລະ ສະມາຊິກລັດຖະສະພາໜຸ່ມ IPU

ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນບົດຮຽນກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນໃນການສອນ ແລະ ການຮຽນທາງໄກ ເພື່ອຮັບປະກັນເປົ້າໝາຍຄວບຄູ່ແມ່ນ ທັງປົກປ້ອງສຸຂະພາບໃຫ້ແກ່ຄູອາຈານ ແລະ ນັກຮຽນ.

ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນບົດຮຽນກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນໃນການສອນ ແລະ ການຮຽນທາງໄກ ເພື່ອຮັບປະກັນເປົ້າໝາຍຄວບຄູ່ແມ່ນ ທັງປົກປ້ອງສຸຂະພາບໃຫ້ແກ່ຄູອາຈານ ແລະ ນັກຮຽນ.

   

ບັນດາຜູ້ແທນເຂົ້າຮ່ວມ IPU ຄັ້ງທີ 144 (ພາບ: ສະພາຕ່ຳ ອິນໂດເນເຊຍ)

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 144 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ບາລີ, ປະເທດ ອິນໂດເນເຊຍ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ຫວູຫາຍຮ່າ ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມເວທີປາໄສສະມາຊິກລັດຖະສະພາຍິງ ແລະ ເວທີປາໄສສະມາຊິກລັດຖະສະພາໜຸ່ມ IPU. ທີ່ເວທີປາໄສສະມາຊິກລັດຖະສະພາຍິງ IPU, ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນບົດຮຽນກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນໃນການສອນ ແລະ ການຮຽນທາງໄກ ເພື່ອຮັບປະກັນເປົ້າໝາຍຄວບຄູ່ແມ່ນ ທັງປົກປ້ອງສຸຂະພາບໃຫ້ແກ່ຄູອາຈານ ແລະ ນັກຮຽນ, ທັງຮັບປະກັນການສິດສອນ ແລະ ຮ່ຳຮຽນຢ່າງຕໍ່ເນື່ອງ. ຜູ້ຕາງໜ້າ ຫວຽດນາມ ກໍ່ຖືວ່າ ບັນດາປະເທດຄວນມີນະໂຍບາຍປົກປ້ອງສຸຂະພາບ, ຈິດໃຈ ແລະ ຮ່າງກາຍຂອງແມ່ຍິງ; ຍົກສູງສະຕິຄວາມຮັບຮູ້ກ່ຽວກັບບັນດາຄວາມສ່ຽງທີ່ມີຕໍ່ເດັກຍິງໂດຍເຂົ້າຮ່ວມການເຄື່ອນໄຫວທາງອອນລາຍ, ຮັດແຄບຊ່ອງຫວ່າງດີຈີຕອນລະຫວ່າງຍິງ-ຊາຍ ແລະ ຍົກສູງສະຕິຄວາມຮັບຮູ້, ຂໍ້ມູນເພື່ອແນໃສ່ຫຼຸດຜ່ອນຄວາມຄິດຕາຍຕົວລະຫວ່າງຍິງ-ຊາຍ .

ໃນວັນທີ 21 ມີນາ, ທ່ານປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວູຫາຍຮ່າ ໄດ້ພົບປະກັບທ່ານເລຂາ IPU ແລະ ປະທານ IPU ເພື່ອແນໃສ່ແລກປ່ຽນບັນດາເນື້ອໃນຊຸກຍູ້ການຮ່ວມມືດ້ານສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)


top