ຂ່າວສານ

ຫວຽດນາມ ເຂົ້າຮ່ວມເວທີປາໄສລະຫວ່າງພັກສາກົນ

ເວທີປາໄສທາງອອນລາຍລະຫວ່າງພັກສາກົນຂອງອົງການຮ່ວມມື ຊຽງໄຮ້ ເປີດກວ້າງ (SCO+) ດ້ວຍຫົວຂໍ້: “ເສດຖະກິດທີ່ສະຫງວນໃຫ້ແກ່ປະຊາຊົນ”, ເຊິ່ງດຳເນີນໃນລະຫວ່າງວັນທີ 22 – 23 ຕຸລາ.


ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມເວທີປາໄສທາງອອນລາຍ

(ພາບ: TTXVN)


ໂດຍໄດ້ຮັບຄຳເຊີນຂອງພັກປະເທດລັດເຊຍ ເອກະພາບ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳໜ້າເຂົ້າຮ່ວມເວທີປາໄສທາງອອນລາຍລະຫວ່າງພັກສາກົນຂອງອົງການຮ່ວມມື ຊຽງໄຮ້ ເປີດກວ້າງ (SCO+) ດ້ວຍຫົວຂໍ້: “ເສດຖະກິດທີ່ສະຫງວນໃຫ້ແກ່ປະຊາຊົນ”, ເຊິ່ງດຳເນີນໃນລະຫວ່າງວັນທີ 22 – 23 ຕຸລາ. ກ່າວຄຳເຫັນທີ່ວາລະໄຂເວທີປາໄສ, ທ່ານ ຮ່ວາງບິ່ງກວນ ໄດ້ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງຫວຽດນາມ ແມ່ນ “ຖືປະຊາຊົນເປັນໃຈກາງ” ໃນທຸກນະໂຍບາຍ, ຍຸດທະສາດພັດທະນາ. ດ້ວຍທັດທະນະນັ້ນ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າໃນການປະຕິບັດ “ໜ້າທີ່ຄວບຄູ່” - ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ທັງຮັກສາ, ພັດທະນາເສດຖະກິດ. ທ່ານ ຮ່ວາງບິ່ງກວນ, ສະເໜີໃຫ້ບັນດາປະເທດ, ບັນດາພັກການເມືອງເສີມຂະຫຍາຍບົດບາດໃນການຊຸກຍູ້ບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດ.
(ແຫຼ່ງຄັດຈາກ VOV)

top