ຂ່າວສານ

ຫວຽດນາມ ເຂົ້າຮ່ວມສະພາປະສານງານ ໂຄງການ “ເພີ່ມຄວາມໄວສຳຜັດກັບບັນດາເຄື່ອງມື ເພື່ອຮັບມືກັບໂລກລະບາດໂຄວິດ - 19

      -   ສະພາປະທານງານຂອງໂຄງການຮ່ວມມືທົ່ວໂລກ “ເພີ່ມຄວາມໄວສຳຜັດກັບບັນດາເຄື່ອງມື ເພື່ອຮັບມືກັບໂລກລະບາດໂຄວິດ - 19” (ACT-A) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10 ກັນຍາ ດ້ວຍ 34 ປະເທດສະມາຊິກ ແລະ ບາງອົງການສາກົນ ໃນນັ້ນມີຫວຽດນາມ. ສະພາປະສານງານ ACT-A  ຄາດວ່າຈະເຄື່ອນໄຫວໃນໄລຍະ 18 ເດືອນ.

ຫວຽດນາມ ເຂົ້າຮ່ວມສະພາປະສານງານ ໂຄງການ “ເພີ່ມຄວາມໄວສຳຜັດກັບບັນດາເຄື່ອງມື
ເພື່ອຮັບມືກັບໂລກລະບາດໂຄວິດ -
19 (ພາບ: baoquocte.vn)
      ຕາງໜ້າໃຫ້ຄະນະຜູ້ແທນ ຫວຽດນາມ ກ່າວປາໄສໃນວາລະປຶກສາຫາລືຂອງກອງປະຊຸມຄັ້ງທີ 1  ສະພາປະສານງານ ACT-A ດ້ວຍຮູບການອອນລາຍ, ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການອື່ນໆຢູ່ເຊີແນວ ໄດ້ເນັ້ນໜັກວ່າ ຫວຽດນາມ ຊົມເຊີຍຂໍ້ລິເລີ່ມສ້າງຕັ້ງສະພາ ACT-A ໄດ້ຊ່ວຍຊຸກຍູ້ການສຳຜັດແບບດຸ່ນດ່ຽງກັບ ວັກຊິນ ແລະ ບັນດາເຕັກໂນໂລຢີ ເພື່ອຮັບມືກັບໂລກລະບາດໂຄວິດ - 19; ຍົກສູງບັນດາການເຄື່ອນໄຫວ, ຄວາມມານະພະຍາຍາມຂອງໃນມໍ່ໆມານີ້ຂອງຫວຽດນາມ ແລະ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19. ທ່ານນາງ ເລທິຕວຽດມາຍ ຢືນຢັນເຖິງຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືສາກົນ ເພື່ອຮັບມືກັບໂລກລະບາດ ເປັນຕົ້ນແມ່ນບັນດາການເຄື່ອນໄຫວຂອງສະພາປະສານງານ ACT-A.
(ແຫຼ່ງຄັດຈາກ VOV)


top