ຂ່າວສານ

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດອາຫານໃຫຍ່ກ່ວາໝູ່ໃນພາກພື້ນ ອາຊີ - ປາຊີຟິກ

      APFE ປີນີ້ດຶງດູດ 10 ປະເທດ ແລະ ເຂດແຄ້ວນມີທ່າແຮງກ່ຽວກັບການຜະລິດຜະລິດຕະພັນກະເສດ, ສິນໃນນ້ຳ - ອາຫານເຂົ້າຮ່ວມຄື: ຈີນ, ອິນເດຍ, ອິນໂດເນເຊຍ, ສ. ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ອົດສະຕາລີ, ໄທ, ຫວຽດນາມ

ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ທີງານຕະຫຼາດນັດ
      ງານຕະຫຼາດນັດອາຫານ ພາກພື້ນ ອາຊີ - ປາຊີຟິກ (APFE) 2017 ໄດ້ຖືກໄຂຂຶ້ນຢູ່ສູນງານວາງສະແດງສາກົນ ສິງກະໂປ. ນີ້ແມ່ນໜຶ່ງໃນບັນດາງານຕະຫຼາດນັດສາກົນສະເພາະກ່ຽວກັບອາຫານ ມີຂອບຂະໜາດໃຫຍ່ສຸດໃນພາກພື້ນ, ໄດ້ຮັບການຈັດຕັ້ງປະຈຳປີໃນເດືອນພະຈິກ ຢູ່ປະເທດ ສິງກະໂປ.
        APFE ປີນີ້ດຶງດູດ 10 ປະເທດ ແລະ ເຂດແຄ້ວນມີທ່າແຮງກ່ຽວກັບການຜະລິດຜະລິດຕະພັນກະເສດ, ສິນໃນນ້ຳ - ອາຫານເຂົ້າຮ່ວມຄື: ຈີນ, ອິນເດຍ, ອິນໂດເນເຊຍ, ສ. ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ອົດສະຕາລີ, ໄທ, ຫວຽດນາມ, ໄຕຫວັນ (ປະເທດຈີນ), ດ້ວຍຈຳນວນຮ້ານວາງສະແດງເກືອບ 200 ຮ້ານ.
        ປີນີ້, ຫວຽດນາມ ມີວິສາຫະກິດກ່ວາ 10 ແຫ່ງໃນຂົງເຂດຜະລິດຄະພັນກະເສດ ແລະ ອາຫານ ເຂົ້າຮ່ວມການແນະນຳບັນດາຜະລິດຕະພັນຄື: ເຂົ້າສານ, ກາເຟ, ສິນໃນນ້ຳ, ຜັກ, ໝາກໄມ້, ອາຫານ… APFE ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຜະລິດຕະພັນກະເສດ ສິນໃນນ້ຳຂອງ ຫວຽດນາມ ຊອກຮູ້ ແລະ ເປີດກ້ວາງການພົວພັນກັບຄູ່ຮ່ວມມື, ມຸ່ງໄປເຖິງການເຊັນບັນດາສັນຍາຜະລິດສົ່ງອອກໄປຍັງ ສິງກະໂປ ກໍ່ຄືບັນດາຕະຫຼາດພາຍໃນພາກພື້ນ.
        APFE ດຳເນີນຮອດວັນທີ 20 ພະຈິກ ຈຶ່ງຈະອັດລົງ.
 (ແຫຼ່ງຄັດຈາກ VOV)

top