ຂ່າວສານ

ຫວຽດນາມ ເຂົ້າຮ່ວມຄໍາໝັ້ນສັນຍາທົ່ວໂລກ ດ້ວຍຄວາມສະໝັກໃຈເພື່ອ “ສິດ ແລະ ເພື່ອເດັກແຕ່ລະຄົນ”

ກອງປະຊຸມ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ສົນທິສັນຍາວ່າດ້ວຍສິດທິເດັກ, ເຊິ່ງເປັນເອກະສານກ່ຽວກັບສິດທິມະນຸດທີ່ໄດ້ຮັບການໃຫ້ສັດຕະຍາບັນຈາກຫຼາຍປະເທດທີ່ສຸດໃນໂລກ ໃນປີ 1989.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ (ພາບ: TTXVN) 

ກອງປະຊຸມ ສະມັດຊາໃຫຍ່ ສປຊ ວັນທີ 25 ກັນຍາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສົນທິສັນຍາສິດທິເດັກ ຄົບຮອບ 30 ປີ ໂດຍມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງ ສປຊ, ຜູ້ຕາງໜ້າຂອງ ໂປໂລຍ  ແມ່ນປະເທດມີຂໍ້ລິເລີ່ມສ້າງສົນທິສັນຍາສະບັບດັ່ງກ່າວ ແລະ 5 ປະເທດໃຫ້ສັດຕະຍາບັນທໍາອິດຢູ່ 5 ພາກພື້ນ ແມ່ນ ຫວຽດນາມ (ອາຊີ - ປາຊີຟິກ), ສະຫະພັນລັດເຊຍ (ເອີຣົບຕາເວັນອອກ), ສະວິດ (ເອີຣົບຕາເວັນຕົກ), ການາ (ອະຟະລິກາ) ແລະ ເອກົວດໍ (ອາເມລິກາ ລາຕີນ). ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ແບ່ງປັນວ່າ ຄວາມໝາຍຂອງເຫດການ ແມ່ນໂອກາດສໍາຄັນເພື່ອໃຫ້ບັນດາປະເທດຢັ້ງຢືນຄືນໃໝ່່ ແລະ ເພີ່ມທະວີຄວາມມານະພະຍາຍາມຮັບປະກັນ ແລະ ຊຸກຍູ້ສິດທິເດັກ.  ທ່ານກໍເນັ້ນໜັກວ່າ ຫວຽດນາມ ຍາມໃດກໍສະຫງວນຄວາມມານະພະຍາຍາມ ເພື່ອຮັບປະກັນໃຫ້ເດັກໄດ້ຮັບການຮໍ່າຮຽນ,  ບໍ່ວ່າຈະຢູ່ໃນຊຸມເດືອນປີເກີດສົງຄາມກໍຕາມ ແລະ ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍຖະແຫຼງວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນຖະແຫຼງການໂຮງຮຽນປອດໄພ ເພື່ອແນໃສ່ພ້ອມກັບປະຊາຄົມສາກົນອອກສຽງສະໜັບສະໜູນ ແລະ ຖືສິດໄດ້ຮັບການສຶກສາຂອງເດັກໃນທຸກກໍລະນີເປັນສໍາຄັນ. ຫວຽດນາມ ພ້ອມກັບຫຼາຍກວ່າ 40 ປະເທດອື່ນ ໄດ້ເຂົ້າຮ່ວມຄໍາໝັ້ນສັນຍາທົ່ວໂລກດ້ວຍຄວາມສະໝັກໃຈເພື່ອ “ສິດ ແລະ ເພື່ອເດັກແຕ່ລະຄົນ”.

ກອງປະຊຸມ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ສົນທິສັນຍາວ່າດ້ວຍສິດທິເດັກ, ເຊິ່ງເປັນເອກະສານກ່ຽວກັບສິດທິມະນຸດທີ່ໄດ້ຮັບການໃຫ້ສັດຕະຍາບັນຈາກຫຼາຍປະເທດທີ່ສຸດໃນໂລກ ໃນປີ 1989.

(ແຫຼ່ງຄັດຈາກ VOV)


top