ຂ່າວສານ

ຫວຽດນາມ ເຂົ້າຮ່ວມຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍ methane

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍ metan ທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ. (ພາບ: TTXVN)

ຕອນບ່າຍວັນທີ 02 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດກອງປະຊຸມສຸດຍອດ COP 26, ທີ່ດຳເນີນຢູ່ Glasgow, Scotland, ລາຊະອານາຈັກ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການປະກາດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍ methane (metan) ທົ່ວໂລກ. ເຫດການໂດຍມີການເຂົ້າຮ່ວມຂອງການນຳຫຼາຍປະເທດແຖວໜ້າ, ອົງການຈັດຕັ້ງສາກົນ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍ metan ທົ່ວໂລກ ແລະ ຊີ້ແຈ້ງສາຍເຫດເຮັດໃຫ້ອຸນຫະພູມໜ່ວຍໂລກເພີ່ມຂຶ້ນແມ່ນຍ້ອນອາຍ methane ທີ່ເກີດມາຈາກການຜະລິດ, ກຳຈັດສິ່ງເສດເຫຼືອຂາດວິທະຍາສາດ, ຂາດຄວາມຍືນຍົງ; ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຄົນຕ້ອງສາມັກຄີກັນ, ເປັນເອກະພາບ ແລະ ມີການກະທຳເພື່ອສະກັດກັ້ນ, ຫຼຸດຜ່ອນການປ່ອຍອາຍ methane ທີ່ພວມນາບຂູ່ເຖິງການດຳລົງຊີວິດຂອງພວກເຮົາໃຫ້ຖອຍໄປ. ນີ້ແມ່ນບັນຫາທົ່ວໂລກ, ສະນັ້ນ, ຕ້ອງມີວິທີສຳຜັດທົ່ວໂລກ. ມັນສົ່ງຜົນສະທ້ອນເຖິງປະຊາຊົນໝົດທຸກຄົນ, ພວກເຮົາຕ້ອງມີວິທີສຳຜັດທົ່ວປວງຊົນ ແລະ ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ ແລະ ເປັນກຳລັງໜູນເພື່ອຫຼຸດຜ່ອນອາຍ methane”.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາປະເທດພັດທະນາ, ປະເທດຮັ່ງມີ, ໂດຍສະເພາະແມ່ນ ອາເມລິກາ ແລະ ສະຫະພາບເອີລົບ ຈົ່ງແບ່ງປັນ, ຊ່ວຍເຫຼືອ, ສະໜັບສະໜູນບັນດາປະເທດພວມພັດທະນາ, ປະເທດທຸກຍາກ ກ່ຽວກັບການບຳລຸງສ້າງ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ເຕັກໂນໂລຊີ, ການເງິນ… ຜ່ານນັ້ນຊ່ວຍໃຫ້ບັນດາປະເທດເຂົ້າຮ່ວມວິວັດທະນາການຫຼຸດຜ່ອນການປ່ອຍອາຍພິດ methane ໂດຍປອດໄພ ແລະ ມີປະສິດທິຜົນ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີປະກາດຖະແຫຼງການ Glasgow ຂອງບັນດາການນຳກ່ຽວກັບ ປ່າໄມ້ ແລະ ການນຳໃຊ້ທີ່ດິນ.

(ແຫຼ່ງຄັດຈາກ VOV)


top