ຂ່າວສານ

ຫວຽດນາມ ເຂົ້າຮ່ວມການເຈລະຈາກ່ຽວກັບວຽກງານຖະແຫຼງຂ່າວສື່ສານ ອາຊຽນ

      ວັນທີ 28 ສິງຫາ, ທີ່ຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຢາກາກຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນການເຈລະຈາກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ສານໃນພາກພື້ນ ອາຊຽນ ດ້ວຍການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄວ້າ, ບັນດານັກຄຸ້ມຄອງ ແລະ ນັກຂ່າວພາຍໃນພາກພື້ນ ແລະ ສາກົນ.

ບັນດາຜູ້ແທນເຂົ້າຮ່ວມການເຈລະຈາກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ສານໃນພາກພື້ນ ອາຊຽນ
      ເພື່ອຍົກສູງລັກສະນະປະສິດທິຜົນໃນບັນດາການເຄື່ອນໄຫວສື່ສານຂອງກຸ່ມ ອາຊຽນ, ບັນດາຜູ້ແທນໄດ້ຍົກອອກບາງແນວຄວາມຄິດຄື: ຈັດຕັ້ງການເສັງຊອກຮູ້ກ່ຽວກັບ ອາຊຽນ, ສ້າງບັນດາຜະລິດຕະພັນສື່ສານທີ່ດຶງດູດຄວາມສົນໃຈຄື: clip ໂຄສະນາ, ແນະນຳກ່ຽວກັບຮູບພາບ, ປະເທດ, ປະຊາຊົນຂອງບັນດາປະເທດໃນພາກພື້ນ ເພື່ອແນນຳທາງເຄືອຂ່າຍອິນເຕີແນັດ ຜ່ານນັ້ນ ຊ່ວຍໃຫ້ປະຊາຊົນໄດ້ຮູ້ຈັກຢ່າງງ່າຍດາຍກ່ວາ ແລະ ມີປະສິດທິຜົນກ່ວາ. ຜູ້ຕ່າງໜ້າ ຫວຽດນາມ , ທ່ານ ມາຍແອງຮົ່ງ ຮອງຫົວໜ້າກົມສື່ສານຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວຮ່ວມມືຖະແຫຼງຂ່າວ ອາຊຽນ, ປະກອບສ່ວນໂຄສະນາເຜີຍແຜ່ເຖິງເພື່ອນມິດສາກົນກ່ຽວກັບຮູບພາບຂອງ ອາຊຽນ ຢ່າງເລິກເຊິ່ງກ້ວາງຂວາງ.
 (ແຫຼ່ງຄັດຈາກ VOV)

top