ຂ່າວສານ

ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສ້າງຂີດໝາຍພັດທະນາໃໝ່ໃນການເຊື່ອມໂຍງດ້ານປ້ອງກັນຊາດ

      ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ປາດຖະໜາວ່າ, ກົມຮັກສາສັນຕິພາບຫວຽດນາມ ຈົ່ງຄົົ້ນຄວ້າ, ເປີດກວ້າງ ແລະ ຫັນບໍລິເວນ, ຂົງເຂດທີ່ເຂົ້າຮ່ວມເປັນຫຼາຍຮູບຫຼາຍແບບກວ່າ
ທີ່ການເຮັດວຽກ
(ພາບ: qdnd.vn)
      ວັນທີ 06 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າໜ່ວຍ ໜ່ວຍວຽກງານລະຫວ່າງຂະແໜງກ່ຽວກັບເລື່ອງຫວຽດນາມ ຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງຫົວໜ້າໜ່ວຍ ໜ່ວຍວຽກງານລະຫວ່າງຂະແໜງກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ໄດ້ນຳໜ້າ, ໄປເຮັດວຽກຢູ່ກົມຮັກສາສັນຕິພາບຫວຽດນາມ.
        ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ປາດຖະໜາວ່າ, ກົມຮັກສາສັນຕິພາບຫວຽດນາມ ຈົ່ງຄົົ້ນຄວ້າ, ເປີດກວ້າງ ແລະ ຫັນບໍລິເວນ, ຂົງເຂດທີ່ເຂົ້າຮ່ວມເປັນຫຼາຍຮູບຫຼາຍແບບກວ່າ; ຍາດແຍ່ງການຮ່ວມມືສາກົນ, ແຫຼ່ງກຳລັງໜູນຊ່ວຍຢູ່ພາຍນອກເພື່ອຍົກສູງກຳລັງຄວາມສາມາດ, ວິຊາຊີບ; ເພີ່ມທະວີການຄົ້ນຄວ້າກ່ຽວກັບການຮັກສາສັນຕິພາບ ເພື່ອຈາກນັ້ນເປັນເສນາທິການໃຫ້ແກ່ພັກ ແລະ ລັດ ວາງອອກແຜນນະໂຍບາຍ, ບັນດາມາດຕະການຍົກສູງປະສິດທິຜົນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການປະກອບສ່ວນຂອງຫວຽດນາມ ໃນຂົງເຂດນີ້. ພ້ອມກັນນັ້ນ, ຍູ້ແຮງ ແລະ ຍົກສູງຄຸນນະພາບດ້ານຂໍ້ມູນຂ່າວສານ, ການໂຄສະນາ, ປະກອບສ່ວນຊຸກຍູ້ການທູດດ້ານການເມືອງ, ວັດທະນະທຳ, ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ທີ່ຮັກຫອມສັນຕິພາບ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມສະຖຽນລະພາບໃນໂລກ.
 (ແຫຼ່ງຄັດຈາກ VOV)


top